ສັນ​ທະ​ປະ​ປາ ພົບ​ປະ​ກັບ​ປະ​ທານ​ກູ​ບາ ຢູ່ ວາ​ຕີ​ກັງ

(VOVWORLD) -  ວັນທີ 20 ມິຖຸນາ, ຢູ່ສຳນັກ ວາຕີກັງ, ສັນທະປະປາ Francis ພົບປະສົນທະນາກັບທ່ານປະທານ ກູບາ Miguel Diaz – Canel Bermudez ພວມເດີນທາງຢ້ຽມຢາມບາງປະເທດ ເອີຣົບ ຢ່າງເປັນທາງການ.
ສັນ​ທະ​ປະ​ປາ ພົບ​ປະ​ກັບ​ປະ​ທານ​ກູ​ບາ ຢູ່ ວາ​ຕີ​ກັງ - ảnh 1ສັນທະປະປາ Francis ແລະ ທ່ານປະທານ ກູບາ Miguel Díaz-Canel Bermúdez (ພາບ: vaticannews.va)

ແຈ້ງການຂອງ Vatican ໃຫ້ຮູ້ວ່າ ການພົບປະດັ່ງກ່າວ ຈະແກ່ຍາວປະມານ 40 ນາທີ. ນະທີ່ນີ້, ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນສອງຝ່າຍ ດ້ວຍຂີດໝາຍການພັດທະນາທີ່ໜ້າຈົດຈຳ ນັ້ນແມ່ນ ການຢ້ຽມຢາມ ກູບາ ຂອງທ່ານອະດີດສັນທະປະປາ John Paul II ເມື່ອປີ 1998.

        ໃນຂະນະນັ້ນ, ຕາມເນື້ອໃນທີ່ໄດ້ເອົາລົງໃນສື່ສັງຄົມອອນລາຍ Twitter ສ່ວນຕົວ ພາຍຫຼັງການພົບປະສົນທະນາກັບສັນທະປະປາ Francis, ທ່ານປະທານ ກູບາ Miguel Diaz – Canel ໃຫ້ຮູ້ວ່າ ສອງຝ່າຍ “ໄດ້ເຕື້ອງເຖິງສະພາບການຕົວຈິງຂອງ ກູບາ ໃນປັດຈຸບັນ, ພິເສດແມ່ນຜົນກະທົບຂອງການປິດລ້ອມຂວ້ຳບາດເສດຖະກິດຕໍ່ຊີວິດການເປັນຢູ່ຂອງປະຊາຊົນ” ພ້ອມທັງ “ຢັ້ງຢືນບັນດາທັດສະນະສະເໝີຕົ້ນສະເໝີປາຍກ່ຽວກັບບັນດາບັນຫາທີ່ຈຳເປັນຮີບດ່ວນຂອງມວນມະນຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ