ສິ້ນສຸດກອງປະຊຸມຮອບທີ4ຫນ່ວຍປະຕິບັດງານປະສົມຫວຽດນາມ-Vatican

ສິ້ນສຸດກອງປະຊຸມຮອບທີ4ຫນ່ວຍປະຕິບັດງານປະສົມຫວຽດນາມ-Vatican - ảnh 1
ກອງ​ປະຊຸມ​ຮອບ​ທີ 4 ຫນ່ວຍ​ປະຕິບັດ​ງານ​ປະສົມ​ຫວຽດນາມ- ສຳນັກVatican ​
ພາບ:internet

(vovworld) -  ​​​ໂດຍ​ປະຕິບັດ​ຂໍ້​ຕົກລົງ​ທີ່​ກອງ​ປະຊຸມ​ຮອບ​ທີ 3 ຫນ່ວຍ​ປະຕິບັດ​ງານ​ປະສົມ​ຫວຽດນາມ- ສຳນັກVatican ຢູ່ ຮ່າ​ໂນ້ຍ ​ເມື່ອ​ເດືອນ 2/2012, ກອງ​ປະຊຸມ​ຮອບ​ທີ 4 ຫນ່ວຍ​ປະຕິບັດ​ງານ​ປະສົມ​ຫວຽດນາມ- ສຳນັກVatican ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 13 - 14/6. ທ່ານ​ Antoine Camilleri ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ສຳນັກ Vatican, ຫົວຫນ້າ​ຄະນະ​ຜູ້​ແທນ ສຳນັກ Vatican ​ແລະ ທ່ານ ບຸ່ຍ​ແທນ​ເຊີນ, ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທ​ດຫວຽດນາມ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເປັນ​ປະທານ​ຮ່ວມ​ກອງ​ປະຊຸມ. ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ສະພາບ​ການ​ຂອງ​ແຕ່ລະ​ຝ່າຍ, ສຳ​ຫລວດ​ກວດຄືນ, ​ແລກປ່ຽນ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ສຳນັກ Vatican ​ແລະ ບັນດາ​ບັນຫາ​ກ່ຽວຂ້ອງ​ເຖິງ​ສະມາຄົມ​ສາສະຫນາ​ຄາ​ໂຕ​ລິກຢູ່​ຫວຽດນາມ. ຄະນະ​ຜູ້​ແທນ​ຫວຽດນາມ ​ເນັ້ນ​ຫນັກ​ວ່າ: ພັກ ​ແລະ ລັດ​ຫວຽດນາມ​ສືບ​ຕໍ່​ປະຕິບັດ​ຢ່າງ​ສະ​ເຫມີ​ຕົ້ນ​ສະ​ເຫ​ມີ​ປາຍ, ສ້າງ​ບັນດາ​ນະ​ໂຍບາຍ​ເຄົາລົບ ​ແລະ ຮັບປະກັນ​ຄວາມ​ເສລີ​ໃນ​ການ​ເຊື່ອ​ຖື​ສາສະຫນາ, ​ການ​ເຫລື້ອມ​ໃສ​ສາສະຫນາ​ຂອງ​ປະຊາຊົນ​ຢ່າງ​ບໍ່​ຢຸດ​ຢັ້ງ, ຍາມ​ໃດ​ກໍ​ສົ່ງ​ເສີມ​ບັນດາສາສະຫນາ​ເວົ້າ​ລວມ ​ແລະ ສະມາຄົມ​ສາສະຫນາ​ຄາ​ໂຕ​ຫ​ວຽດນາມ ​ເວົ້າ​ສະ​ເພາະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງຫນ້າ​​ເຂົ້າ​ໃນກິດ​ຈະ​ກຳ​ພັດທະນາ​ເສດຖະກິດ​ສັງຄົມ ​ແລະ ສ້າງສາ​ປະ​ເທດ​ຊາດ. ສຳນັກ Vatican ​ເນັ້ນ​ຫນັກ​ວ່າ: ຢາກ​ສືບ​ຕໍ່​ພັດທະນາ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ສຳນັກ Vatican, ຈຳ​ເປັນ​ຕ້ອງ​ມີ​ທູດ​ພິ​ເສດ​ຂອງ ສຳນັກ Vatican ປະຈຳ​ຫວຽດນາມ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ຜົນ​ປະ​ໂຫຍ​ດຂອງ​ສອງ​ຝ່າຍ.

 

ຂ່າວ/ບົດ​ອື່ນ