ສິ້ນສຸດການເຈລະຈາTPP-ບາດກ້າວສຳຄັນແນໃສ່ເພີ່ມທະວີການພົວພັນເສດຖະກິດຫວຽດນາມ-ອາເມລິກາ

ສິ້ນສຸດການເຈລະຈາTPP-ບາດກ້າວສຳຄັນແນໃສ່ເພີ່ມທະວີການພົວພັນເສດຖະກິດຫວຽດນາມ-ອາເມລິກາ - ảnh 1
ທ່ານປະທານາທິບໍດີ ອາເມລິກາ Obama ພົບປະກັບຜູ້
ຕາງໜ້າບັນດາປະເທດສະມາຊິກ TPP ໃນວັນທີ 6.10.2015
(ພາບ: laodong.com.vn)

(vovworld) – ວັນ​ທີ 8/10, ທ່ານ​ເອກອັກຄະ​ລັດຖະທູດ ອາ​ເມ​ລິ​ກາ ປະຈຳ ຫວຽດນາມ Ted Osius ປະກາດ​ສິ້ນ​ສຸດ​ການ​ເຈລະຈາ​ສັນຍາຄູ່​ຮ່ວມ​ມືຂ້າມ​ ປາຊີ​ຟິກ (TPP). ​ໃນ​ນັ້ນ, ທ່ານ​ເອກ​ອັກຄະ​ລັດຖະທູດ Ted Osius ​ ​ຝາກ​ຄຳ​ອວຍພອນ​ບັນດາ​ຄະນະ​ເຈລະຈາ ທີ່​ໄດ້​ເຮັດ​ວຽກ​ໃນ​ໄລຍະ​ຍາວ ​ເພື່ອ​​ໃຫ້​ວິວັດ​ການ​ເຈລະຈາ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ ປາຊີ​ຟິກ ​ບັນລຸ​ຜົນສຳ​ເລັດໃນ​ວັນ​ທີ 5/10 ຜ່ານ​ມາ. ທ່ານ​ເອກ​ອັກຄະ​ລັດຖະທູດ ​ເນັ້ນ​ໜັກ​ວ່າ: “ ດ້ວຍ​ຜົນງານ​ປະ​ທັບ​ໃຈ​ນີ້, ອາ​ເມ​ລິ​ກາ ​ແລະ ຫວຽດນາມ ພ້ອມ​ແລ້​ວທີ່ຈະ​ກາຍ​ເປັນ​ຄູ່​ຮ່ວມ​ມື​ໃນ​ກຸ່ມ​ການ​ຄ້າ​ ທີ່​ຕາງໜ້າ​ໃຫ້​ເກືອບ 40% GDP ທົ່ວ​ໂລກ. TPP ​ແມ່ນ​ສັນຍາ​ການ​ຄ້າ​ສົມດຸນ, ຮອບດ້ານ ​ແລະ ມີ​ມາດຖານ​ສູງ. ມັນສະ​ແດງ​ໃຫ້​ເຫັນ​ບາດກ້າວ​ສຳຄັນ ​​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ເສດຖະກິດ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ ກໍ​ຄື​ຊຸກຍູ້​ການ​ພົວພັນ 2 ຝ່າຍ​ໃນ​ປີ​ສະ​ເຫຼີ​ມສະຫຼອງ 20 ປີ​ແຫ່ງ​ການສ້າງ​ສາຍ​ພົວພັນ ຫວຽດນາມ - ອາ​ເມ​ລິ​ກາ ​ເປັນ​ປົກກະຕິ”. ທ່ານ​ເອກ​ອັກຄະ​ລັດຖະທູດ ສະ​ແດງ​ຄວາມ​ປາດ​ຖະໜາວ່າ, ອາ​ເມ​ລິ​ກາ ​ຢາກ​​​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ຢູ່ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ສະມາຊິກ TPP ອື່ນໆ ​ເພື່ອ​ປະຕິບັດ​ສັນ​ຍາ​ປະຫວັດສາດ​ນີ້.

 

ຂ່າວ/ບົດ​ອື່ນ