ສິນໃນນ້ຳຫວຽດນາມຟື້ນຟູການສົ່ງອອກໃນຊຸມເດືອນທ້າຍປີ

(VOVWORLD) -  ລະອຽດຄື, ຕະຫຼາດການສົ່ງອອກສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ ແມ່ນ ອາເມລິກາ ຄາດຄະເນວ່າຈະຟື້ນຕົວນັບແຕ່ໄລຍະ 6 ເດືອນທ້າຍປີຍ້ອນລະດັບເງິນເຟີ້ຫລຸດລົງ, ລະດັບສິນຄ້າຄ້າງສາງຫລຸດລົງ, ຄວາມຕ້ອງການຮັບໃຊ້ໂອກາດງານບຸນທ້າຍປີເພີ່ມຂຶ້ນ. 

ຕາມສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ແລ້ວ, ຂະແໜງສິນໃນນ້ຳ ພວມຟື້ນຟູ, ຈຳນວນໃບສັ່ງຊື້ສິນຄ້າສົ່ງອອກພວມເພີ່ມຂຶ້ນ, ວິສາຫະກິດ ຫຼາຍແຫ່ງໄດ້ເພີ່ມຜຽນເຮັດວຽກເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ.

          ລະອຽດຄື, ຕະຫຼາດການສົ່ງອອກສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ ແມ່ນ ອາເມລິກາ ຄາດຄະເນວ່າຈະຟື້ນຕົວນັບແຕ່ໄລຍະ 6 ເດືອນທ້າຍປີຍ້ອນລະດັບເງິນເຟີ້ຫລຸດລົງ, ລະດັບສິນຄ້າຄ້າງສາງຫລຸດລົງ, ຄວາມຕ້ອງການຮັບໃຊ້ໂອກາດງານບຸນທ້າຍປີເພີ່ມຂຶ້ນ. ສິ່ງດັ່ງກ່າວຊ່ວຍວົງເງິນສົ່ງອອກສິນໃນນ້ຳໄປຍັງປະເທດນີ້ຄາດວ່າຈະເພີ່ມຂຶ້ນ 40 – 50% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນຂະນະນັ້ນ, ຢູ່ຕະຫຼາດສະຫະພາບ ເອີລົບ (EU), ການບໍລິໂພກປາຈາ ສືບຕໍ່ໄດ້ຮັບການປົວແປງ ແລະ ເປັນປົກກະຕິ. ຕະຫຼາດ ຍີ່ປຸ່ນ, ສ ເກົາຫຼີ, ຈີນ, ຄາດວ່າ ຄວາມຕ້ອງການຈະເພີ່ມຂຶ້ນເລກນ້ອຍໃນທ້າຍໄຕມາດ III. ທ່ານນາງ ເລຮັ່ງ, ຜູ້ອຳນວຍການສື່ສານສະຫະສະມາຄົມປຸງແຕ່ງ ແລະ ສົ່ງອອກສິນໃນນ້ຳ ຫວຽດນາມ (VASEP) ໃຫ້ຂໍ້ສັງເກດວ່າ:

          “ຍີ່ປຸ່ນ, ສ ເກົາຫຼີ, ອົດສະຕາລີ ແມ່ນຕະຫຼາດສົ່ງອອກບັນດາປະເພດສິນຄ້າປຸງແຕ່ງ, ມີມູນຄ່າເພີ່ມສູງຂອງ ຫວຽດນາມ. ຢູ່ບັນດາຕະຫຼາດນີ້, ຍັງບໍ່ທັນຖືກກຳລັງດັນຈາກການແກ່ງແຍ້ງທາງດ້ານແຫຼ່ງການສະໜອງ ແລະ ລາຄາຂາຍຄືຢູ່ ອາເມລິກາ, ອີຢູ ແລະ ຈີນ. ໄປຄຽງຄູ່ກັນນັ້ນ, ບາງຕະຫຼາດຢູ່ ອາຊີຕາເວັນອອກສ່ຽງໃຕ້ ກໍ່ໄດ້ຮັບການຕີລາຄາແມ່ນມີຄວາມສາມາດບົ່ມຊ້ອນຍ້ອນລະດັບເງິນເຟີ້ຕ່ຳກ່ວາ ແລະ ມີທ່າໄດ້ປຽບດ້ານພູມສາດ, ບຸລິມະສິດດ້ານພາສີອາກອນຕາມບັນດາສັນຍາການຄ້າເສລີ”.

ຕອບກັບ

ຂ່າວ/ບົດ​ອື່ນ