ສືບຕໍ່ ນຳການພົວພັນລະຫວ່າງ ຫວຽດນາມແລະຈີນ ຂຶ້ນສູ່ລະດັບສູງໃຫມ່

(VOVWORLD) -ການນຳພັກ ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນລະຫວ່າງສອງພັກ ສອງລັດ ໃນໄລຍະຜ່ານມາ ສືບຕໍ່ຮັກສາທ່າອ່ຽງພັດທະນາຕັ້ງຫນ້າ, ສະຖຽນລະພາບ
ສືບຕໍ່ ນຳການພົວພັນລະຫວ່າງ ຫວຽດນາມແລະຈີນ ຂຶ້ນສູ່ລະດັບສູງໃຫມ່ - ảnh 1ພິທິ ສະເຫລີມສະຫລອງ100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຈີນ  (ພາບ: THX/TTXVN)

ເນື່ອງໃນໂອກາດສະເຫລີມສະຫລອງ100 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຈີນ (1/7/1921 – 1/7/2021), ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ສົ່ງສານອວຍພອນໄປຍັງ ຄະນະບໍລິຫານງານສູນກາງພັກກອມມູນິດ ຈີນ.

ໃນສານອວຍພອນ, ການນຳ ພັກ, ລັດ ແລະ ປະຊາຊົນ ຫວຽດນາມໄດ້ສົ່ງຄຳອວຍພອນເຖິງພັກກອມມູນິດ ຈີນ, ລັດ ແລະປະຊາຊົນຈີນ ແລະເນັ້ນຫນັກວ່າ: ພັກກອມມູນິດ ຈີນ ໄດ້ຮັບການສ້າງຕັ້ງຂຶ້ນ ແມ່ນຂີດໝາຍປະຫວັດສາດມີຄວາມໝາຍສຳຄັນໃນພາລະກິດປະຕິວັດຂອງປະຊາຊົນຈີນ. ພິເສດ ນັບແຕ່ເມື່ອກອງປະຊຸມໃຫຍ່ຄັ້ງທີ XVIII ຂອງພັກກອມມູນິດ ຈີນ ມາຮອດປະຈຸບັນ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຈີນ ໂດຍທ່ານ ເລຂາທິການໃຫຍ່ ປະທານປະເທດຈີນ ສີຈິ້ນຜິງ ນຳຫນ້າ ປະຊາຊົນ ຈີນ ໄດ້ປະຕິບັດສຳເລັດ ຄາດໝາຍທີ່ວາງອອກ.

ການນຳພັກ ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມປິຕິຊົມຊື່ນເມື່ອເຫັນວ່າ ການພົວພັນລະຫວ່າງສອງພັກ ສອງລັດ ໃນໄລຍະຜ່ານມາ ສືບຕໍ່ຮັກສາທ່າອ່ຽງພັດທະນາຕັ້ງຫນ້າ, ສະຖຽນລະພາບ. ພັກ, ລັດ ແລະປະຊາຊົນ ຫວຽດນາມ ພ້ອມແລ້ວທີ່ຈະພ້ ອມກັບ ພັກ, ລັດ ແລະປະຊາຊົນຈີນ ຢຶດໝັ້ນ ທິດນຳ “ບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ, ສະຖຽນລະພາບຍາວນານ, ມຸ່ງໄປເຖິງອະນາຄົດ” ແລະ ຕາມຈິດໃຈ: ບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະຄູ່ຮ່ວມມືທີ່ດີ, ແລະ ຮ່ວມມືຢ່າງແທ້ຈິງ ມີປະສິດທິຜົນໃນບັນດາຂົງເຂດ, ຊຸກຍູ້ການພົວພັນບ້ານໃກ້ເຮືອນຄຽງມິດຕະພາບ, ຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ຢ່າງບໍ່ຢຸດຢັ້ງ, ມີສະຖຽນລະພາບ, ຕອບສະຫນອງຜົນປະໂຫຍາດຍາວນານຂອງສອງລັດ ແລະປະຊາຊົນສອງປະເທດ.

ເນື່ອງໃນໂອກາດນີ້ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ກໍ່ໄດ້ສົ່ງສານອວຍພອນໄປຍັງທ່ານ ເລຂາທິການໃຫຍ່ ປະທານປະເທດຈີນ ສີຈິ້ງຜິງ.

ຕອບກັບ

ຂ່າວ/ບົດ​ອື່ນ