ສືບຕໍ່ການເຄື່ອນໄຫວອາໄລຫາພົນເອກ ຫວໍງວຽນຢາບ ຢູ່ຝລັ່ງ

ສືບຕໍ່ການເຄື່ອນໄຫວອາໄລຫາພົນເອກ ຫວໍງວຽນຢາບ ຢູ່ຝລັ່ງ - ảnh 1
ມີເພື່ອນມິດສາກົນຫຼາຍຄົນກໍ່ມາຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາພົນ​ເອກ ຫວໍ​ງວຽນ​ຢາ​ບ

(vovworld) – ​ໃນ​ລະຫວ່າງ​ວັນ​ທີ 14-15/10, ຄະນະ​ຊາວ​ຫວຽດນາມ, ​ເພື່ອນ​ມິດ​ຝລັ່ງ ​ແລະ ອົງການ​ຕາງໜ້າ​ປະ​ເທດ​ຕ່າງໆ​ຫ​ຼາຍຄະນະ ​ສືບ​ຕໍ່ມາສະ​ຖານ​ທູດ​ຫວຽດນາມ​ປະຈຳ​ຝລັ່ງ ​ເພື່ອ​ຖະຫວາຍ​ທູບ​ທຽນ, ອາ​ໄລ​ຫາພົນ​ເອກ ຫວໍ​ງວຽນ​ຢາ​ບ. ​ໃນ​ນັ້ນ​ມີ​ຄະນະ​ຜູ້​ແທນ​ນະຄອນ Choisy – le – roi, ​ແຫ່ງ​ທີ່​ຄະນະ​ຜູ້​ແທນ ສາທາລະນະ​ລັດ ປະຊາທິປະ​ໄຕ ຫວຽດນາມ ​​ໃນຄະນະ​​ເຈລະຈາ​ສັນຍາ​ປາ​ຮີ ​ຢູ່ເຮັດ​ວຽກ​ເປັນ​ເວລາ 5 ປີ. ​ເມື່ອ​ຕອບ​ສຳພາດ​ນັກ​ຂ່າວ ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ Danniel Davisse, ​ເຈົ້າ​ຄອງ​ນະຄອນ Choisy – le – roi ​ໄດ້​ເວົ້າ​ດ້ວຍ​ຄວາມ​ຕື້ນ​ຕັນ​ໃຈ​ວ່າ:

​ເມື່ອ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຂ່າວ​ພົນ​ເອກ ຫວໍງວຽນ​ຢາ​ບ ​ເຖິງ​ແກ່​ມໍລະນະ​ກຳ, ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​​ໂສກ​ເສົ້າ​ຫຼາຍ. ນະຄອນ​ຂອງ​ພວກ​ຂ້າພະ​ເຈົ້າ​ເຄີຍ​ຮຽງ​ບ່າ​ຮຽງ​ໄຫຼ່​ກັບ​ຫວຽດນາມ ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ, ອິດ​ສະລະ​ພາບ, ທ້ອນ​ໂຮມ​ປະ​ເທດ​ເປັນ​ເອກະ​ພາບ. ປະຫວັດສາດ​ຂອງ​ມວນມະນຸດຈະ​ຈົດ​ຈຳ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ດ້ວຍ​ຄວາມ​ປີ​ຊາ​ສາມາດ ​ແລະ ບຸກຄະ​ລິກຂອງ​ທ່ານ​ຕະຫຼອດ​ໄປ ​ເພື່ອ​ໃຫ້​ລຸ້ນຕໍ່ໆ​ໄປ​ຮຳ່ຮຽນ​ເອົາ“.

ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ, ​ເພື່ອນ​ໜຸ່ມ​ຫວຽດນາມ​ຢູ່​ຝລັ່ງ ຫຼາຍ​ຄົນ ​ໄດ້​ສະ​ແດງ​ຄວາມ​ຕັດສິນ​ໃຈ​ຈະ​ຮຳ່ຮຽນ, ສູ້​ຊົນ​ຕາມ​ແບບຢ່າງ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ, ປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ປະ​ເທດ​ຊາດ​ໃນ​ປະຈຸ​ບັນ.

 

ຂ່າວ/ບົດ​ອື່ນ