ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ-ກຳ​ປຸເຈຍ ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ​ແບບ​ຍືນ​ຍົງ

(VOVWORLD) - ໃນວັນທີ 03 ກຸມພາ, ທ່ານ Samdec Techo Husen ປະທານພັກປະຊາຊົນ ກຳປຸເຈຍ (CPP), ນາຍົກລັດຖະມົນຕີ ກຳປຸເຈຍ ໄດ້ມີການໂອ້ລົມທາງໂທລະສັບອວຍພອນຜົນສຳເລັດຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ແລະ ອວຍພອນ ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ ຮັບການເລືອກຕັ້ງ ດຳລົງຕຳແໜ່ງເລຂາທິການໃຫຍ່ຄືນໃໝ່.
ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ປະ​ເທດ ຫວຽດ​ນາມ-ກຳ​ປຸເຈຍ ໃຫ້ນັບ​ມື້​ນັບ​ພັດ​ທະ​ນາ​ແບບ​ຍືນ​ຍົງ - ảnh 1ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ກຳປຸເຈຍ Samdec Techo Husen (ພາບ: TTXNV)

ທີ່ການໂອ້ລົມທາງໂທລະສັບ, ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານ Samdec Techo Husen ປະທານພັກປະຊາຊົນ ກຳປຸເຈຍ (CPP), ນາຍົກລັດຖະມົນຕີ ກຳປຸເຈຍ ໄດ້ຢັ້ງຢືນວ່າ ສອງຝ່າຍຈະສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ປະຕິບັດບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງສອງພັກ, ສອງປະເທດຢ່າງມີປະສິດທິຜົນ; ສືບຕໍ່ເພີ່ມພູນຄູນສ້າງໃຫ້ການພົວພັນບ້ານໃກ້ເຮືອນຄຽງດີງາມ, ມິດຕະພາບທີ່ເປັນມູນເຊື້ອ, ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ກຳປຸເຈຍ ນັບມື້ນັບພັດທະນາແບບຍືນຍົງ, ປະກອບສ່ອນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາໃນພາກພື້ນ ແລະ ໃນໂລກ.

        ທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນກຽດເຊຶ້ອເຊີນທ່ານ Samdec Techo Husen ປະທານພັກປະຊາຊົນ ກຳປຸເຈຍ (CPP), ນາຍົກລັດຖະມົນຕີ ກຳປຸເຈຍ ສັບຊ້ອນເວລາມາຢ້ຽມຢາມ ຫວຽດນາມ ແລະ ທ່ານ Samdec Techo Husen ກໍ່ເປັນກຽດເຊຶ້ອເຊີນທ່ານ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ມາຢ້ຽມຢາມ ກຳປຸເຈຍໃນເວລາເໝາະສົມ.


ຕອບກັບ

ຂ່າວ/ບົດ​ອື່ນ