ສືບຕໍ່ນຳການພົວພັນລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ ຂຶ້ນສູ່ລະດັບສູງໃໝ່

(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ (5/9/1962 – 5/9/2022) ແລະ 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດ ຫວຽດນາມ - ລາວ (18/07 /1977 – 18/07/2022), ຕອນບ່າຍວັນທີ 14/9, ຢູ່ຮ່າໂນ້ຍ, ໄດ້ດຳເນີນລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ປີ 2022 ໂດຍມີການເຂົ້າຮ່ວມຂອງທ່ານນາງຮອງປະທານປະເທດ ຫວໍທິແອງຊວນ ແລະ ຜູ້ຕາງໜ້າຊາວໜຸ່ມ ຫວຽດນາມ ແລະ ລາວ.
ສືບຕໍ່ນຳການພົວພັນລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ ຂຶ້ນສູ່ລະດັບສູງໃໝ່ - ảnh 1ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ບຸ່ຍກວາງຮຸຍ  ກ່າວຄຳເຫັນທີ່ພິທີໄຂ

      ກ່າວຄຳເຫັນທີ່ພິທີໄຂ, ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ບຸ່ຍກວາງຮຸຍ ຢືນຢັນວ່າ:

   “ຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຖືເປັນສຳຄັນການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງຊາວໜຸ່ມ ແລະ ໄວໜຸ່ມສອງປະເທດ, ຫວຽດນາມ - ລາວ, ແລະ ເຫັນດີເປັນເອກະພາບສືບຕໍ່ມານະພະຍາຍາມພັດທະນາສາຍພົວພັນນີ້ໃຫ້ຂຶ້ນສູ່ລະດັບສູງໃຫມ່. ໃນຊຸມປີມໍ່ໆມານີ້, ຄະນະຊາວໜຸ່ມ ແລະ ໄວໜຸ່ມ ຫວຽດນາມ ແລະ ລາວ ໄດ້ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ ແລະ ການຮ່ວມມືໃນຫຼາຍຂົງເຂດດ້ວຍຮູບການທີ່ຫຼາກຫຼາຍ ແລະ ອຸດົມສົມບູນ, ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຄວາມມຸ່ງມາດປາດຖະໜາ ແລະ ຜົນປະໂຫຍດອັນຊອບທຳຂອງຊາວໜຸ່ມສອງປະເທດ.. ບັນດາຜົນງານດັ່ງກ່າວໄດ້ຮັບການຮັບຮູ້ ແລະ ຕີລາຄາສູງຈາກການນຳພັກ ແລະ ລັດຂອງສອງປະເທດ.

    ທາງຝ່າຍລາວ, ທ່ານເລຂາທິການ ສູນກາງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ມອນໄຊ ລາວມົວຊົ່ງ ຢືນຢັນວ່າ: ລາຍການພົບປະມິດຕະພາບຊາວໜຸ່ມ ຫວຽດນາມ - ລາວ ແລະ ລາຍການ “ເດີນຕາມຮອຍຜູ້ນຳ” ແມ່ນໂອກາດເພື່ອໃຫ້ຊາວໜຸ່ມສອງປະເທດ. ຢືນຢັນຄວາມຕັດສິນໃຈ, ຄວາມຮັບຜິດຊອບ ແລະ ເສີມຂະຫຍາຍບົດບາດຂອງຊາວໜຸ່ມສອງປະເທດໃນການປະກອບສ່ວນປົກປັກຮັກສາ, ຮັດແໜ້ນ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ