ສືບຕໍ່ຜັນຂະຫຍາຍການປະຕິບັດນະໂຍບາຍໜູນຊ່ວຍສຳລັບປະຊາຊົນເຜົ່າສ່ວນໜ້ອຍ

ສືບຕໍ່ຜັນຂະຫຍາຍການປະຕິບັດນະໂຍບາຍໜູນຊ່ວຍສຳລັບປະຊາຊົນເຜົ່າສ່ວນໜ້ອຍ - ảnh 1
(ພາບປະກອບ)

(vovworld) -        ຕອນ​ເຊົ້າ​ວັນ​ທີ 18/12, ຢູ່​ທີ່​ຮ່າ​ໂນ້ຍ, ສະພາ​ຊົນ​ເຜົ່າ​ຂອງ​ສະພາ​ແຫ່ງ​ຊາດຫວຽດນາມ ຈັດ​ຕັ້ງ​ວາລະ​ອະພິປາຍກ່ຽວ​ກັບ​ການ​ປະຕິບັດນະ​ໂຍບາຍ​ໜູນ​ຊ່ວຍ​ສຳລັບ​ປະຊາຊົນບັນດາ​ເຜົ່າ​ເຜົ່າສ່ວນ​ໜ້ອຍຫວຽດນາມ - ສະພາບ​ຕົວ​ຈິງ ​ແລະ ມາດ​ຕະການ​ແກ້​ໄຂ​​ໃຫ້​ແກ່​ໄລຍະ 2013 – 2020. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຕອງ​ທິຟ໋ອງ, ຜູ້ຕາງໜ້າ​ໃຫ້ຄະນະ​ກຳມາທິການ​​ຊົນເຜົ່າ​ລັດຖະບານ ​ແລະ ບັນດາ​ການ​ນຳ​ກະຊວງ, ຂະ​ແໜງ​ການພ້ອມ​ກັນ​ເຂົ້າຮ່ວມຢ່າງ​ພ້ອມພຽງ.

        ຕາມ​ບົດ​ລາຍ​ງານ​ຂອງ​ລັດຖະບານ​ແລ້ວ, ​ໃນ​ຊຸມ​ປີຜ່ານມາ, ມີ​ບັນດາ​ນະ​ໂຍບາຍ, ​ໂຄງການ​ທີ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ, ພັດທະນາ​ເສດຖະກິດ​ສັງຄົມ​ເຂດບັນດາ​ເຜົ່າ​ສ່ວນໜ້ອຍ. ສະ​ນັ້ນ, ຊີວິດ​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ​ໄດ້​ຮັບ​ການ​ປັບປຸງ, ປະ​ກອບ​ສ່ວນ​ຊຸກຍູ້​ວຽກ​ງານ​ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດ​ຜ່ອນ​ຄວາມທຸກ​ຍາກ, ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ການ​ນຳ​ຂອງ​ພັກ ​ແລະ ລັດ. ​ໃນວາລະ​ອະພິປາຍ, ບັນດາ​ຜູ້​ແທນ​ໄດ້​ສະ​ເໜີ​ໃຫ້​ຄະນະ​ກຳມາ​ທິການ​ຊົນ​ເຜົ່າ ​ແລະ ບັນດາ​ກະຊວງ, ຂະ​ແໜງ​ການ​ຊີ້​ແຈ້ງ​ໜ້າ​ທີ່ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນດາ​ບັນຫາ​ຍັງ​ຄົງ​ຄ້າງ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ທີ່​ມີ​ຕໍ່​ປະຊາຊົນ​ບັນດາເຜົ່າ​ສ່ວນ​ໜ້ອຍ. ກ່ຽວຂ້ອງ​ເຖິງ​ດ້ານ​ສາທາລະນະ​ສຸກ ​ແລະ ຄຸນ​ນະພາ​ບພົນລະ​ເມືອງ, ທ່ານ​ນາງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກຫວຽດນາມ ຫງວຽນ​ທິກິມ​ຕ໋ຽນ ຢືນຢັນ​ວ່າ ​ແຕ່​ນີ້​ຮອດ​ປີ 2020, ທາງກະຊວງ​ຈະ​ກໍ່ສ້າງ ​ແລະ ຜັນ​ຂະຫຍາຍ​ແຜນການ​ຍົກ​ສູງ​ຄຸນ​ນະພາ​ບພົນລະ​ເມືອງ ​ແລະ ກຳລັງ​ແຮງ​ຂອງ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ, ພ້ອມ​ທັງ​ເພີ່ມ​ທະວີ​ພື້ນຖານ​ດ້ານ​ວັດຖຸ ​ແລະ ຍົກ​ລະດັບ​ສຸກສາລາ​ເຂດ​ປະຊາຊົນ​ບັນດາເຜົ່າ​ສ່ວນໜ້ອຍ. ທ່ານ​ນາງ ຫງວຽນ​ທິກິມ​ຕ໋ຽນ ກ່າວ​ວ່າ.

        “ພວກ​ຂ້າພະ​ເຈົ້າ​ພວມ​ສ້າງ​​ໂຄງການ​ສາ​ທະ​ລະນະ​ຊົນນະບົດ ຕິດ​ພັນ​ກັບ​ໂຄງການ​ຈຸດໝາຍ​ຊົນນະບົດ​ໃໝ່, ຈະ​ເພີ່ມ​ທະວີ​ສຸກສາລາ ​ແລະ ນາງພະ​ດຸ​ງຄັນ​ຢູ່​ບ້ານ ​ໃຫ້​ເຂດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຂອງ 63 ​​ເມືອງ​ທຸກ​ຍາກ. ທີ່ 2 ​ແມ່ນສົມທົບ​ກັບ​ສຸກສາລາຂອງ​ທະຫານ​ປ້ອງ​ກັນຊາ​ຍ​ແດນ. ​ແລະ​ພວກ​ຂ້າພະ​ເຈົ້າ​ພວມ​ຍື່ນສະ​ເໜີ​ຕໍ່​ລັດຖະບານຕົກລົງ​ກ່ຽວ​ກັບ​ການ​ຊັບຊ້ອນໝູນວຽນ, ຈະມີ​ພະນັກງານ​ສາທາລະນະ​ສຸກ​ຈາກ​ຂັ້ນ​​ເທິງ​ລົງ​ມາ​ເຮັດ​ວຽກ​ຢູ່ຂັ້ນ​ລຸ່ມ​ແຕ່ 6 ຫາ 1 ປີ”.

ຂ່າວ/ບົດ​ອື່ນ