ສື​ບ​ຕໍ່​ສຸມກຳ​ລັງ​ຢ່າງ​ສູງສຸດ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) - ເພື່ອບັນລຸໄດ້ປະສິດທິຜົນສູງກວ່າໃນວຽກງານປ້ອງກັນ, ຕ້ານໂລກລະບາດໃນສະພາບການທີ່ຮີບດ່ວນໃນປັດຈຸບັນ, ຄະນະປະຈຳຄະນະເລຂາສູນກາງພັກ ໄດ້ຮຽກຮ້ອງໃຫ້ທັງລະບົບການເມືອງ ຈົ່ງສືບຕໍ່ສຸມກຳລັງຢ່າງສູງສຸດເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ບໍ່ໃຫ້ປ່ອຍປະລະເຫຼີງ, ປະໝາດ ແລະ ຂາດສະຕິລະວັງຕົວຢ່າງເດັດຂາດ. 
 ສື​ບ​ຕໍ່​ສຸມກຳ​ລັງ​ຢ່າງ​ສູງສຸດ​ເຂົ້າ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1(ພາບປະກອບ: VOV)

ວັນທີ 21 ກໍລະກົດ, ຄະນະປະຈໍາຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ປະກາດໃຊ້ໂທລະເລກກ່ຽວກັບການສືບຕໍ່ເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ໃນໂທລະເລກໄດ້ເນັ້ນໜັກວ່າ ການແຜ່ລະບາດຂອງໂລກລະບາດໂຄວິດ - 19 ໃນຮອບທີ 4 ນີ້ ແມ່ນມີຂອບຂະໜາດໃຫຍ່, ລະດັບການແຜ່ລະບາດກໍໄວທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍການຜັນແປຢ່າງສັບສົນຢູ່ຫຼາຍທ້ອງຖິ່ນ ແລະ ຍາກທີ່ຈະຄາດຄະເນໜ່ວງໜ້າໄດ້. ເພື່ອບັນລຸໄດ້ປະສິດທິຜົນສູງກວ່າໃນວຽກງານປ້ອງກັນ, ຕ້ານໂລກລະບາດໃນສະພາບການທີ່ຮີບດ່ວນໃນປັດຈຸບັນ, ຄະນະປະຈຳຄະນະເລຂາສູນກາງພັກ ໄດ້ຮຽກຮ້ອງໃຫ້ທັງລະບົບການເມືອງ ຈົ່ງສືບຕໍ່ສຸມກຳລັງຢ່າງສູງສຸດເຂົ້າໃນວຽກງານປ້ອງກັນ, ຕ້ານໂລກລະບາດ, ຄະນະພັກ, ອົງການຈັດຕັ້ງພັກທຸກຂັ້ນ ບໍ່ໃຫ້ປ່ອຍປະລະເຫຼີງ, ປະໝາດ ແລະ ຂາດສະຕິລະວັງຕົວຢ່າງເດັດຂາດ. ສ້າງຄວາມເຫັນດີເຫັນພ້ອມໃນໝູ່ປະເຊາຊົນ, ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນຢ່າງຄົບຊຸດ ດ້ວຍເນື້ອໃນຈິດໃຈເປັນເຈົ້າການ, ຂ້ຽວຂາດ, ມີໄຫວພິບ ແລະ ປະດິດຄິດສ້າງ; ປະຕິບັດບັນດາມາດຕະການຢ່າງເຂັ້ມງວດ ເພື່ອຄວບຄຸມໂລກລະບາດໄດ້ຢ່າງທັນການ ແລະ ມີປະສິດທິຜົນ, ບໍ່ປະໃຫ້ໂລກລະລາດແຜ່ລະບາດອອກສູ່ວົງກວ້າງ; ຜັນຂະຫຍາຍບັນດານະໂຍບາຍໜູນຊ່ວຍປະຊາຊົນ ແລະ ວິສາຫະກິດຢ່າງວ່ອງໄວ; ສະໜອງສິນຄ້າເຄື່ອງຂອງທີ່ຈຳເປັນ, ຮັບໃຊ້ຊີວິດການເປັນຢູ່ຂອງປະຊາຊົນ; ຊື້ປະກອບວັດຖຸອຸປະກອນຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດ.  

ຕອບກັບ

ຂ່າວ/ບົດ​ອື່ນ