ສືບຕໍ່ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້,ຮັບປະກັນບັນດາຄວາມດຸນດຽງຂອງພື້ນຖານເສດຖະກິດ

(VOVWORLD) - ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຄະນະ, ຂະແໜງການຂຶ້ນກັບສູນກາງ ສືບຕໍ່ປະຕິບັດບັນດາຄາດໝາຍ, ໜ້າທີ່, ມາດຕະການແກ້ໄຂທີ່ໄດ້ວາງອອກຂອງປີ 2021

ບົນພື້ນຖານການປຶກສາຫາລືຂອງບັນດາຜູ້ແທນເຂົ້າຮ່ວມ ແລະ ຂໍ້ສະຫຼຸບຂອງທ່ານນາຍົກລັດຖະມົນຕີທີ່ກອງປະຊຸມຂອງລັດຖະບານທາງອອນລາຍກັບບັນດາທ້ອງຖິ່ນກ່ຽວກັບສະພາບການເສດຖະກິດ - ສັງຄົມ ໃນ 7 ເດືອນ ຕົ້ນປີ ແລະ ເດືອນກໍລະກົດ 2021, ເຊິ່ງດຳເນີນໃນວັນທີ 11 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເຊັນມະຕິຕົກລົງບາງເນື້ອໃນສຳຄັນ, ຕາມນັ້ນແລ້ວຮຽກຮ້ອງໃຫ້ບັນດາກະຊວງ, ຄະນະ, ຂະແໜງການຂຶ້ນກັບສູນກາງ ສືບຕໍ່ປະຕິບັດບັນດາຄາດໝາຍ, ໜ້າທີ່, ມາດຕະການແກ້ໄຂທີ່ໄດ້ວາງອອກຂອງປີ 2021 ໃນບັນດາມະຕິຂອງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ການຊີ້ນຳຂອງນາຍົກລັດຖະມົນຕີຢ່າງຄົບຊຸດ, ຂ້ຽວຂາດ; ຊຸມໃສ່ປະຕິບັດບາງເນື້ອໃນຈຸດສຸມກ່ຽວກັບການຄວບຄຸມໂລກລະບາດໂຄວິດ-19, ຮັບປະກັນສຸຂະພາບ, ຊີວິດອິນຊີຂອງປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ. ສືບຕໍ່ປະຕິບັດ “ເປົ້າໝາຍຄວບຄູ່” ຢ່າງມີໄຫວພິບ, ມີປະສິດທິຜົນ, ສືບຕໍ່ຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄພເງິນເຟີ້. ຍູ້ໄວຄວາມຄືບໜ້າການປະຕິບັດ ແລະ ປ່ອຍເງິນລົງທຶນພາກລັດ, ໂດຍສະເພາະແມ່ນແຫຼ່ງທຶນ ODA ແລະ ທຶນກູ້ຢືມຈາກຕ່າງປະເທດ. ສຸມໃສ່ກວດກາ, ກຳນົດລະອຽດບັນດາຄວາມຫຍຸ້ງຍາກ, ຂໍ້ຕິດຂັດສຳລັບການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ…

ມະຕິກໍ່ຮຽກຮ້ອງໃຫ້ບັນດາທ້ອງຖິ່ນເອົາໃຈໃສ່ຊີວິດການເປັນຢູ່ຂອງປະຊາຊົນ, ຟື້ນຟູການອອກແຮງງານ. ພ້ອມທັງ, ປະຕິບັດແຜນການຟື້ນຟູການຜະລິດດຳເນີນທຸລະກິດໃຫ້ເໝາະສົມກັບສະພາບການຂອງໂລກລະບາດໂຄວິດ-19 ຢູ່ທ້ອງຖິ່ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ