ສືບຕໍ່ເສີມຂະຫຍາຍ ບົດບາດ, ອິດທິພົນຊື່ ສຽງຂອງຊາວເຜົ່າ ສ່ວນໜ້ອຍ

ສືບຕໍ່ເສີມຂະຫຍາຍ ບົດບາດ, ອິດທິພົນຊື່ ສຽງຂອງຊາວເຜົ່າ ສ່ວນໜ້ອຍ - ảnh 1
(ພາບ:
vov.vn)

 (vovworld)-​​​​ ​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ພະນັກງາ​ນຂັ້ນບ້ານ​ ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ແຂວງ​ຕວຽນ​ກວາງ ​ເມື່ອ​ຕອນ​ບ່າຍ​ວັນ​ທີ 21/10 ຢູ່​ຮ່າ​ໂນ້ຍ, ທ່ານ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາສູນ​ກາງພັກ​ກອມ​ມູນິດ​ຫວຽດນາມ ​ເນັ້ນໜັກ​ວ່າ: “ບັນດາ​ຜູ້​ແທນ​ແມ່ນຊາວ​​ເຜົ່າ​ສ່ວນ​ໜ້ອຍ​​ໃນແຂວງ​ ຈົ່ງ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ, ອິດ​ທິພົນ​ຊື່​ສຽງ​ຂອງຕົນ​ໃນ​​ເຂດ​ຊຸມ​ຊົນ, ​ເປັນ​ແບບຢ່າງ​ນຳ​ໜ້າ​ປະຕິບັດ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ“. ທ່ານ​ເລ​ຮົ່ງ​ແອ​ງ ສະ​ເໜີ​ໃຫ້​ຄະ​ນະ​ພັກ, ອຳນາດ​ການ​ປົກຄອງ ​ແລະ ປຊຊ ບັນດາ​ເຜົ່າ​ຂວາງ​ຕວຽນກວາງ ຕ້ອງ​ເພີ່ມ​ທະວີ​ການ​ໂຄສະນາ, ສຶກສາ​ອົບຮົມ​ໃຫ້​ພະນັກງານ, ສະມາຊິກ​ພັກ ​ແລະ ປຊຊ, ກຳ​ແໜ້ນ​ແຜນ​ນະ​ໂຍບາຍ, ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ, ກົດໝາຍ​ຂອງ​ລັດ, ​ເຊື່ອໝັ້ນຕໍ່​ການ​ນຳພາ​ຂອງ​ພັກ, ຕໍ່​​ເສັ້ນທາງ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຊື່​ງ ພັກ​ກອມ​ມູນິດ​ຫວຽດນາມ, ປະ​ທານ​ໂຮ່ຈິ​ມິນ ​ແລະ ປຊຊ ​ໄດ້​ເລືອກ​ເຟັ້ນ.

ຂ່າວ/ບົດ​ອື່ນ