ສືບຕໍ່ໜູນຊ່ວຍປະຊາຊົນເຂດ ຊົນເຜົ່າ ແລະ ພູດອຍຫລຸດຜ່ອນ ຄວາມທຸກຍາກໄວ ແລະ ໝັ້ນຄົງ

ສືບຕໍ່ໜູນຊ່ວຍປະຊາຊົນເຂດ ຊົນເຜົ່າ ແລະ ພູດອຍຫລຸດຜ່ອນ ຄວາມທຸກຍາກໄວ ແລະ ໝັ້ນຄົງ - ảnh 1
ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນພັດ​ທະ​ນາ​ການຜະລິດ, ລ້ຽງສັດ​​ເພື່ອ​ເພີ່ມ​ລາຍ​ຮັບ
(ພາບປະກອບ)

(vovworld) - ພາຍຫຼັງ​ກອງ​ປະຊຸມ​ຕີ​ລາຄາ ​ແລະ ​ຜັນ​ຂະຫຍາຍ​ການ​ປະຕິບັດ​ນະ​ໂຍບາຍ​ເຂດ​ຊົນ​ເຜົ່າ ​ແລະ ພູ​ດອຍ, ທີ່​ຫາ​ກໍ່​ຈັດ​ຕັ້ງ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູງ ຫາກໍ່ມີ​ຈົດໝາຍທາງ​ການ ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ຊົນ​ເຜົ່າ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ສຸ​ມ​ໃສ່​ແກ້​ໄຂ​​ແກ້​ໄຂ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ, ຫລຸດຜ່ອນ​ຄວາມທຸກ​ຍາກ​ຢ່າງໄວ ​ແລະ ໝັ້ນຄົງ​ໃຫ້​ແກ່​ເຂດ​ຊົ​ນເຜົ່າ ​ແລະ ​ເຂດພູດ​ອຍຕາມ​ທິດ​ກຳ​ແໜ້ນ​ສະພາບ​ການ​ເພື່ອ​ແກ້​ໄຂ​ຄວາມ​ອຶດຫິວຢ່າງ​ທັນ​ການ, ພິ​ເສດ​ແມ່ນ​ບໍ່​ໃຫ້​ປະຊາຊົນ​ຖືກ​ອຶດຫິວ, ໜູນ​ຊ່ວຍ​ພໍ່​ແມ່​ປະຊາຊົນພັດ​ທະ​ນາ​ການຜະລິດ, ລ້ຽງສັດ​​ເພື່ອ​ເພີ່ມ​ລາຍ​ຮັບ ​ແລະ ຫລຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ປະຕິບັດ​ນະ​ໂຍບາຍ​ປູກ​ປ່າ ​ແລະ ປົກ​ປັກ​ຮັກສາ​ປ່າ​ເປັນ​ຢ່າງ​ດີ, ປະກອບ​ສ່ວນ​ເພີ່​ມລາຍ​ຮັບ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ. ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ ກວດກາ​ບັນດາ​ນະ​ໂຍບາຍ​ໜູນ​ຊ່ວຍ​ການ​ສຶກສາ ​ແລະ ບຳລຸງ​ສ້າງ​ເພື່ອ​ຮັບປະກັນ​ໃຫ້​ລູກຫຼານຂອງ​ຄອບຄົວ​ທຸກ​ຍາກ​ໃນ​ເຂດ​ຊົນ​ເຜົ່າ​ ​ແລະ ​ເຂດພູດ​ອຍ​ໄດ້​ໄປ​ຮຽນ. ທ່ານ​ນາຍົກລັດຖະມົນຕີ ກໍ່​ຮຽກ​ຮ້ອງ​ໃຫ້ຄະນະ​ກຳມະການ​ຊົນ​ເຜົ່າ, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຄວນ​ສ້າງ​​ບັນດາ​ແຜ່ນ​ຮ່າງ, ນະ​ໂຍບາຍ​ລົງທຶນ, ໜູນ​ຊ່ວຍ​ວຽກ​ງານ​ຕັ້ງ​ຖິນຖານ​ຄົງ​ທີ່​ໃຫ້​ພໍ່​ແມ່​ປະຊາຊົນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ, ນະ​ໂຍບາຍ​ໜູນ​ຊ່ວຍທີ່​ດິນ​ຜະລິດ, ທີ່​ດິນ​ປຸກ​ສ້າງ​ເຮືອນຢູ່, ຫັນ​ປຽນ​ອາຊີບ ​ແລະ ນ້ຳ​​​ໃຊ້​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ, ກໍ່​ຄື​ແຜນ​ຮ່າງ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸ​ດ​ຢູ່ເຂດ​ຊົນ​ເຜົ່າ ​ແລະ ​ເຂດພູດ​ອຍ.

 

ຂ່າວ/ບົດ​ອື່ນ