ສັບປະດາທ່ອງທ່ຽວ ນະຄອນໂຮ່ຈີມິນ: ພັດທະນາສະຖານທີ່ສີຂຽວ, ເປັນມິດກັບສິ່ງແວດລ້ອມ

(VOVWORLD) - ສັບປະດາ ບໍ່ພຽງແຕ່ແມ່ນການເຄື່ອນໄຫວລະຫຼິ້ນ, ບັນເທິງເທົ່ານັ້ນ ຫາກຍັງເປັນແຫຼ່ງບັນດານໃຈກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ເໝາະສົມກັບທ່າອ່ຽງການທ່ອງທ່ຽວສີຂຽວຂອງໂລກໃນປະຈຸບັນ.
ສັບປະດາທ່ອງທ່ຽວ ນະຄອນໂຮ່ຈີມິນ: ພັດທະນາສະຖານທີ່ສີຂຽວ, ເປັນມິດກັບສິ່ງແວດລ້ອມ - ảnh 1ບັນດາທູດທ່ອງທ່ຽວທີ່ເຫດການ
(ພາບ: VOV)

ວັນທີ 4 ທັນວາ, ພະແນກທ່ອງທ່ຽວ ນະຄອນ ໂຮ່ຈີມິນ ໄດ້ສົມທົບກັບຫຼາຍຫົວໜ່ວຍຈັດພິທີປຸກລະດົມສັບປະດາການທ່ອງທ່ຽວນະຄອນໂຮ່ຈີມິນ ຄັ້ງທີ 3 ປີ 2023 ດ້ວຍຫົວຂໍ້ “ສີຂຽວໃນແຕ່ລະໄລຍະທາງ”, ຢູ່ເມືອງ I, ນະຄອນໂຮ່ຈີມິນ.

        ສັບປະດາ ບໍ່ພຽງແຕ່ແມ່ນການເຄື່ອນໄຫວລະຫຼິ້ນ, ບັນເທິງເທົ່ານັ້ນ ຫາກຍັງເປັນແຫຼ່ງບັນດານໃຈກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ເໝາະສົມກັບທ່າອ່ຽງການທ່ອງທ່ຽວສີຂຽວຂອງໂລກໃນປະຈຸບັນ. ພິເສດ, ທີ່ພິທີປຸກລະດົມ, ມີການເຂົ້າຮ່ວມຂອງທູດສັບປະດາທ່ອງທ່ຽວ 100 ຄົນ ເຊິ່ງເປັນບັນດາບຸກຄົນມີອິດທິພົນຊື່ສຽງໃນຂົງເຂດ: ດົນຕີ, ຮູບເງົາ, ບັນດານາງງາມ ມາຈາກຫຼາຍປະເທດ ແລະ ເຂດແຄ້ວນ, ທີ່ໄດ້ຮ່ວມແຮງຮ່ວມໃຈສ້າງແຫຼ່ງບັນດານໃຈກ່ຽວກັບການທ່ອງທ່ຽວສີຂຽວ.

        ໃນຂອບເຂດສັບປະດາທ່ອງທ່ຽວນະຄອນ ໂຮ່ຈີມິນ ຄັ້ງທີ 3 ປີ 2023 (ຈັດຂຶ້ນແຕ່ວັນທີ 4 – 10 ທັນວາ) ມີການເຄື່ອນໄຫວເປັນໜ້າສົນໃຈຫຼາຍຢ່າງຄື: ການແຂ່ງຂັນຊິງລາງວັນ Marathon ສາກົນ ນະຄອນໂຮ່ຈີມິນ Techcombank; ລາຍການປະກາດຜະລິດຕະພັນການທ່ອງທ່ຽວໃໝ່ຂອງເມືອງ ແລະ ລາຍການທ່ອງທ່ຽວກະຕຸ້ນການທ່ອງທ່ຽວນະຄອນ ໂຮ່ຈີມິນ…

        ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ຂົນຂວາຍປະຊາຄົມວິສາຫະກິດ, ຮາກຖານດຳເນີນທຸລະກິດການທ່ອງທ່ຽວ, ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ພ້ອມກັນສ້າງນະຄອນສະອາດ ແລະ ສີຂຽວ.

ຕອບກັບ

ຂ່າວ/ບົດ​ອື່ນ