ສັ​ບ​ປະ​ດາ​ທ່ອງ​ທ່ຽວ “ສີ​ເຫຼືອງ​ ຕາມ​ກົກ - ຈາງ​​ອ່ານ” ທີ່​ເປັນ​ເອ​ກະ​ລັກ​ສ​ະ​ເພາະ

(VOVWORLD) -ສັບປະດາທ່ອງທ່ຽວ “ສີເຫຼືອງ ຕາມກົກ - ຈາງອ່ານ” ປະກອບສ່ວນສ້າງຄຸນຄ່າ, ສີສັນທີ່ເປັນເອກະລັກສະເພາະຂອງເຂດທ່ອງທ່ຽວ ຕາມກົກ - ບິກດົ້ງ ເວົ້າສະເພາະ ແລະ ການທ່ອງທ່ຽວແຂວງ ນິງບິ່ງ ເວົ້າລວມ ຢ່າງມີປະສິດສິຜົນ, ນຳຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ດູດດື່ມຂອງ ນິງບິ່ງ ມາສູ່ນັກທ່ອງທ່ຽວຈຳນວນຫຼາຍຢູ່ພາຍໃນ ແລະ ຕ່າງປະເທດ. 
ສັ​ບ​ປະ​ດາ​ທ່ອງ​ທ່ຽວ “ສີ​ເຫຼືອງ​ ຕາມ​ກົກ - ຈາງ​​ອ່ານ” ທີ່​ເປັນ​ເອ​ກະ​ລັກ​ສ​ະ​ເພາະ - ảnh 1ສັບປະດາທ່ອງທ່ຽວ “ສີເຫຼືອງ ຕາມກົກ - ຈາງອ່ານ”  ດຶງດູດນັກທ່ອງທ່ຽວ ເປັນຈຳນວນຫຼາຍ (ພາບ: VOV)

“ສີເຫຼືອງຕາມກົກ - ຈາງອ່ານ” ແມ່ນຫົວຂໍ້ຂອງສັບປະດາທ່ອງທ່ຽວແຂວງ ນິງບິ່ງ ປີ 2022 ທີ່ດຳເນີນແຕ່ວັນທີ 21 – 28 ພຶດສະພາ. ດ້ວຍການເຄື່ອນໄຫວທີ່ຟົດຟື້ນມ່ວນຊື່ນ ແລະ ປະທັບໃຈຫຼາຍຢ່າງ, ເຫດການດັ່ງກ່າວປະກອບສ່ວນສ້າງຄຸນຄ່າ, ສີສັນທີ່ເປັນເອກະລັກສະເພາະຂອງເຂດທ່ອງທ່ຽວ ຕາມກົກ - ບິກດົ້ງ ເວົ້າສະເພາະ ແລະ ການທ່ອງທ່ຽວແຂວງ ນິງບິ່ງ ເວົ້າລວມ ຢ່າງມີປະສິດສິຜົນ, ນຳຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະ, ດູດດື່ມຂອງ ນິງບິ່ງ ມາສູ່ນັກທ່ອງທ່ຽວຈຳນວນຫຼາຍຢູ່ພາຍໃນ ແລະ ຕ່າງປະເທດ. ໃນເຫດການນີ້, ຈະດຳເນີນການເຄື່ອນໄຫວຕ່າງໆຄື: ຖະໜົນຍ່າງ ແລະ ຕະຫຼາດກິນດື່ມຕາມກົກ; ຈັດລາຍການທ່ອງທ່ຽວຖ່າຍຮູບສີເຫຼືອງ ຕາມກົກ; ລາຍການສຳຫຼວດ, ແນະນຳຜະລິດຕະພັນທ່ອງທ່ຽວແຂວງ ນິງບິ່ງ; ງານວາງສະແດງພາບຖ່າຍສິລະປະ ດ້ວຍຫົວຂໍ້ “ສີເຫຼືອງ ຕາມກົກ - ຈ່າງອານ”; ລາຍການສະແດງລະຄອນຕຸກກະຕານ້ຳ; ຂັບແຈ່ວ, ຂັບເສິມ, ຂັບລຳພື້ນເມືອງ; ວາງສະແດງ, ແນະນຳຜະລິດຕະພັນສິລະປະຫັດຖະກຳທີ່ເປັນມູນເຊື້ອຂອງແຂວງ ນິງບິ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ