ສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ 2019

(VOVWORLD) - ໃນຂອບເຂດສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ 2019, ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ສົມທົບກັບກະຊວງວັດທະນະທຳ ແລະ ສິລະປະ ກຳປູເຈຍ ຈັດຕັ້ງຂຶ້ນໃນຕອນຄ່ຳວັນທີ 21 ພະຈິກ ຢູ່ນະຄອນ ລອງຊວຽນ, ແຂວງ ອານຢາງ, ກອງສິລະປະແຫ່ງຊາດ ກຳປູເຈຍ ໄດ້ສະແດງລາຍການສິລະປະເພື່ອຮັບໃຊ້ປະຊາຊົນ ອານຢາງ.

        ລາຍການມີການເຂົ້າຮ່ວມຂອງນັກສະແດງ, ນັກຮ້ອງອາຊີບກ່ວາ 50 ຄົນໄດ້ສະແດງບັນດາລາຍການສິລະປະ, ຂັບຮ້ອງ, ຟ້ອນທີ່ເປັນເອກະລັກສະເພາະ, ແນະນຳບັນດາຈຸດວັດທະນະທຳປະເພນີທີ່ເປັນເອກະລັກສະເພາະຂອງປະເທດ ກຳປູເຈຍ, ຊ່ວຍໃຫ້ປະຊາຊົນ ຫວຽດນາມ ເວົ້າລວມ, ປະຊາຊົນ ອານຢາງ ເວົ້າສະເພາະ ມີໂອກາດເພື່ອເຂົ້າໃຈກ່ຽວກັບປະຊາຊົນ, ຈຸດວັດທະນະທຳຂອງປະເທດ ກຳປູເຈຍ ຢ່າງຈະແຈ້ງກ່ວາ ໂດຍຜ່ານບັນດາຮູບແບບວັດທະນະທຳ, ສິລະປະຕ່າງໆ.

ສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ 2019 - ảnh 1 ສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ 2019 (ພາບ: TTXVN)

        ສັບປະດາວັດທະນະທຳ ກຳປູເຈຍ ຢູ່ ຫວຽດນາມ 2019 ໄດ້ດຳເນີນໃນລະຫວ່າງວັນທີ 18 ຫາວັນທີ 23 ພະຈິກ 2019 ຢູ່ນະຄອນ ເກິນເທີ ແລະ ແຂວງ ອານຢາງ ແມ່ນໂອກາດ ເພື່ອຜູກພັນນ້ຳໃຈມິດຕະພາບ 2 ປະເທດໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ