ສັບປະດາວັດທະນະທຳ ຫວຽດນາມຢູ່ລາວ

ສັບປະດາວັດທະນະທຳ ຫວຽດນາມຢູ່ລາວ - ảnh 1

(ພາບ:vov)

(vovworld)-ບັນດາ​ການ​ເຄື່ອນ​ໄຫວ​ໃນ​ສັບປະດາ​ວັດທະນະທຳ​ຫວຽດນາມ ກໍ່​ໄດ້​ຮັບ​ການຈັດຕັ້ງຂຶ້ນ​ ໃນ​ໂອກາດສະ​ເຫຼີ​ມ​ສະຫຼອງ​ວັນຊາດ​ຫວຽດນາມ ຄົບຮອບ 68 ປີ (2/9/1945-2/9/2013), ພິ​ເສດ​ແມ່ນ​ລາຍການ​ສະ​ແດງ​ສິລະ​ປະ​ພິ​ເສດສະ​ເພາະ​ເມື່ອ​ຕອນ​ຄ່ຳ​ວັນ​ທີ 29/8 ຢູ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ​ລາວ ​ໄດ້​ນຳ​ມາ​​ເຊິ່ງບັນດາ​ຄວາມ​ຟົດ​ຟື້ນ​ມ່ວນ​ຊື່ນ, ​ເຂັ້ມຂົ​້ນ​ໄປ​ດ້ວຍ​ສີສັນ​ວັດທະນະທຳ​ຫວຽດນາມ ​ໃຫ້​ ປຊຊ ລາວ ​ແລະ ​ເພື່ອນ​ມິດສາ​ກົນ. ຜູ້​ຊົມ​ໄດ້​ຮັບ​ຊົມ​ບັນດາບົດເພງ​ລາວ ​ໂດ​ຍບັນດາ​ນັກ​ສິລະ​ປິນຫວຽດນາມ ສະ​ແດງ…​ການສະ​ແດງ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງກ່ຽວ​ກັບ​ນ້ຳ​ໃຈ​ມິດຕະພາບ​ຫວຽດນາມ-​ລາວ ທີ່​ມີ​ຄວາມ​ສະໜິດ​ຕິດ​ພັນ​ນັບ​ແຕ່​ດົນ​ນານ​ມາ​ແລ້ວ.

ຂ່າວ/ບົດ​ອື່ນ