ສ​ປ​ຊ​ ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ໃຫ້​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​​ແກ່ ອາບ​ກາ​ນິດ​ສະ​ຖານ

(VOVWORLD) - ວັນທີ 07 ກັນຍາ, ສປຊ ໄດ້ຮຽກຮ້ອງໃຫ້ຊ່ວຍເຫຼືອເງິນເພີ່ມເຕີມ ເກືອບ 200 ລ້ານ USD ເພື່ອຮັບໃຊ້ວຽກງານຊ່ວຍເຫຼືອມະນຸດສະທຳຢູ່ ອາບການິດສະຖານ ພາຍຫຼັງທີ່ ຕາລີບານ ຮັບການຄຸ້ມຄອງປະເທດ ອາຊີໃຕ້ຕາເວັນຕົກນີ້. 
ສ​ປ​ຊ​ ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ປະ​ເທດ​ໃຫ້​ການ​ຊ່ວຍ​ເຫຼືອ​ເພີ່ມ​ເຕີມ​​ແກ່ ອາບ​ກາ​ນິດ​ສະ​ຖານ - ảnh 1ການຊ່ວຍເຫຼືອເງິນເພີ່ມເຕີມຈະໄດ້ນຳໃຊ້ເພື່ອສະໜອງສະບຽງອາຫານ ແລະ ການຊ່ວຍເຫຼືອການລ້ຽງຊີບສຳຄັນໃຫ້ແກ່ປະຊາຊົນເກືອບ 11 ລ້ານຄົນ (ພາບ: TTXVN)

ທ່ານ Jens Laerke ໂຄສົກຫ້ອງການປະສານງານບັນດາບັນຫາມະນຸດສະທຳ ຂອງ ສປຊ ໃຫ້ຮູ້ວ່າ ບັນດາການບໍລິການພື້ນຖານຢູ່ ອາບການິດສະຖານ ພວມຖືກພັງທະລາຍ, ໃນຂະນະທີ່ສະບຽງອາຫານ ແລະ ບັນດາການເຄື່ອນໄຫວຊ່ວຍເຫຼືອທີ່ຈຳເປັນອື່ນກໍໃຫ້ຈະສິ້ນສຸດແລ້ວ.

ບ້ວງເງິນດັ່ງກ່າວ ຈະໄດ້ນຳໃຊ້ເພື່ອສະໜອງສະບຽງອາຫານ ແລະ ການຊ່ວຍເຫຼືອການລ້ຽງຊີບສຳຄັນໃຫ້ແກ່ປະຊາຊົນເກືອບ 11 ລ້ານຄົນ ພ້ອມດ້ວຍບັນດາການບໍລິການສາທາລະນະສຸກທີ່ຈຳເປັນໃຫ້ແກ່ປະຊາກອນ 3,4 ລ້ານຄົນ. ຈຳນວນເງິນດັ່ງກ່າວກໍຈະຮັບໃຊ້ວຽກງານປິ່ນປົວໃຫ້ແກ່ເດັກກວ່າ 1 ລ້ານຄົນທີ່ຖືກຂາດສານອາຫານໂດຍກະທັນຫັນ, ຮັບປະກັນນ້ຳສະອາດ, ເງື່ອນໄຂອະນາໄມ ກໍຄື ປົກປ້ອງເດັກ ແລະ ຜູ້ປະສົບເຄາະຮ້າຍຈາກການໃຊ້ຄວາມຮຸນແຮງທາງເພດ.


 

ຕອບກັບ

ຂ່າວ/ບົດ​ອື່ນ