ສປຊ ກ່າວປະນາມ ເຫດການບຸກໂຈມຕີຢູ່ ຊີຣີ ຢ່າງຮຸນແຮງ

 ສປຊ ກ່າວປະນາມ ເຫດການບຸກໂຈມຕີຢູ່ ຊີຣີ ຢ່າງຮຸນແຮງ - ảnh 1

(ພາບ:anhp.vn)

( vovworld ) –   ວັນ​ທີ 26/5, ທ່ານ​ບານ​ກີ​ມູນ ​ເລຂາທິການ​ໃຫ່ຍສະຫະ​ປະຊາ​ຊາດ ​ໄດ້​ກ່າວປະນາມ​ຢ່າງ​ຮຸນ​ແຮງເຫດການ​ເຂັນຂ້າຢູ່​ບ້ານ El Houleh  ຢູ່ມໍ່​ກັບ​ແຂວງ Homs ຂອງ​ປະ​ເທດ​ຊີຣີ ຊື່​ງ​ເຮັດ​ໃຫ້ 92 ຄົນ​ເສຍ​ຊີວິດ. ທ່ານ​ບານ​ກີ​ມູນ ​ເອີ້ນ​ວ່າ ນີ້​ແມ່ນ​ໂທດ​ກຳ​ອັນ​ໂຫດຮ້າຍ​ປ່າ​ເຖື່ອນ ​ແລະ ຜູ້​ທີ່​ປະຕິບັດ​ການ​ກະທຳ​​ນີ້ຕ້ອງ​ຖືກ​ລົງ​ໂທດ​ຢ່າງ​ເໝາະ​ສົມ. ຖະ​ແຫຼ​ງການ​ຂອງສະຫະ​ປະຊາ​ຊາດໃຫ້​ຮູ້​ວ່າ: ບັນດາ​ນັກ​ສັງ​ເກ​ດການ​ຂອງ ສະຫະ​ປະຊາ​ຊາດຢູ່​ຊີຣີ ​ໄດ້​ເຫັນ​ປະຈັກ​ຕາ​ເຫດການ​ບຸກ​ໂຈມ​ຕີ​ອັນ​ນອງ​ເລືອດ​ນີ້ ​ແລະ ຮັບ​ຮູ້​ວ່າ: ບັນດາ​ລົດ​ຖັງ ​ແລະ ປືນ​ໃຫ່ຍ​ໄດ້​ຍິງ​ໃສ່​ບັນດາ​ເຂດ​ຊຸມ​ຊົນ. ຖະ​ແຫຼ​ງການ​ກໍ່​ເນັ້ນຫນັກ​ວ່າ: ການ​ກະທຳ​ໃຊ້​ຄວາມ​ຮຸນ​ແຮງ​ຢູ່​ຊີຣີ ຕ້ອງ​ຢຸດຕິ​ລົງ​ໂດຍ​ທັນທີ. ບັນດາກຳລັງ​ຝ່າຍ​ຄ້ານ​ຢູ່​ຊີຣີ​ໃຫ້​ຮູ້​ວ່າ ທະຫານ​ຂອງ​ລັດຖະບານ​ໄດ້​ປະຕິບັດ​ເຫດການ​ບຸກ​ໂຈມ​ຕີ​ດັ່ງກ່າວ ​ແຕ່​ຕາມ​ສຳນັກ​ຂ່າວສານ​ແຫ່ງ​ລັດ​ຊີຣີ ​ແລ້ວ, ກຳລັງ​ກໍ່​ການ​ຮ້າຍ​ປະກອບ​ອາວຸດ ​ໄດ້​ຢືນ​ຢູ່​ເບື້ອງ​ຫຼັງ​ເຫດການ​ບຸກ​ໂຈ​ມຕີ​ນີ້.

 

ຂ່າວ/ບົດ​ອື່ນ