ສ​ປ​ຊ ກ່າວ​ເຕືອນ​ຄວາມ​ສ່ຽງ​ເກີດ​ວິ​ກິດ​ການ​ອົບ​ພະ​ຍົບ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ ເອີ​ຣົບ

(VOVWORLD) -ຄະນະກຳມະການກາແດງສາກົນ (ICRC) ແລະ ສະພາກາແດງ, ກາຊີກວົງເດືອນແດງສາກົນ ໄດ້ອອກຖະແຫຼງການຮ່ວມ, ຮຽກຮ້ອງໃຫ້ປະຊາຄົມສາກົນ ສະໜັບສະໜູນເງິນຈຳນວນ 273 ລ້ານ USD ເພື່ອຊ່ວຍເຫຼືອປະຊາຊົນນັບລ້ານຄົນຢູ່ ຢູແກຼນ ແລະ ຜູ້ທີ່ພວມລີ້ໄພຢູ່ຕ່າງປະເທດ.
ສ​ປ​ຊ ກ່າວ​ເຕືອນ​ຄວາມ​ສ່ຽງ​ເກີດ​ວິ​ກິດ​ການ​ອົບ​ພະ​ຍົບ​ຂອບ​ຂະ​ໜາດ​ໃຫຍ່​ທີ່​ສຸດ​ໃນ ເອີ​ຣົບ - ảnh 1ປະຊາຊົນ ຢູແກຼນ ອົບພະບົບໄປຍັງ ໂປໂລຍ ໃນວັນທີ 26/2/2022 (ພາບ: THX/TTXVN)

ວັນທີ 01 ມີນາ, ຄະນະກຳມະການກາແດງສາກົນ (ICRC) ແລະ ສະພາກາແດງ, ກາຊີກວົງເດືອນແດງສາກົນ ໄດ້ອອກຖະແຫຼງການຮ່ວມ, ຮຽກຮ້ອງໃຫ້ປະຊາຄົມສາກົນ ສະໜັບສະໜູນເງິນຈຳນວນ 273 ລ້ານ USD ເພື່ອຊ່ວຍເຫຼືອປະຊາຊົນນັບລ້ານຄົນຢູ່ ຢູແກຼນ ແລະ ຜູ້ທີ່ພວມລີ້ໄພຢູ່ຕ່າງປະເທດ.

        ໃນວັນດຽວກັນ, ຜູ້ຕາງໜ້າຂ້າຫຼວງໃຫຍ່ ສປຊ ຮັບຜິດຊອບກ່ຽວກັບຊາວອົບພະຍົບ (UNHCR) ຢູ່ ຢູແກຼນ, ທ່ານນາງ Karolina Lindholm Billing ໃຫ້ຮູ້ວ່າ UNHCR ພວມມານະພະຍາຍາມຍູ້ແຮງການເຄື່ອນໄຫວຊ່ວຍເຫຼືອທັນຍາຫານ ກໍຄື ຍົກຍ້າຍປະຊາຊົນ ຢູແກຼນ ໄປຢູ່ບ່ອນທີ່ປອດໄພ.

        ກໍໃນວັນທີ 01 ມີນາ, ທ່ານນາຍົກລັດຖະມົນຕີ ອັງກິດ Boris Johnson ໃຫ້ຮູ້ວ່າ ລອນດອນ ຈະສະໜອງບ້ວງເງິນຊ່ວຍເຫຼືອມະນຸດສະທຳໂດຍດ່ວນ ລວມມູນຄ່າກວ່າ 294 ລ້ານ USD ໃຫ້ແກ່ ຢູແກຼນ.


ຕອບກັບ

ຂ່າວ/ບົດ​ອື່ນ