ສປຊ ກ່າວເຕືອນເລື່ອງນຳໃຊ້ອາວຸດເຄມີຢູ່ Mosul ແມ່ນໂທດກຳສົງຄາມ

ສປຊ ກ່າວເຕືອນເລື່ອງນຳໃຊ້ອາວຸດເຄມີຢູ່ Mosul ແມ່ນໂທດກຳສົງຄາມ - ảnh 1
ປະ​ຊາ​ຊົນ​ອົບ​ພະ​ຍົບ​ຈາກ Mosul
(ພາບ: AFP/TTXVN)

(vovworld) - ວັນ​ທີ 4/3, ສ​ະ​ຫະ​ປະ​ຊາ​ຊາດ ໄດ້​ໃຫ້​ຮູ້​ວ່າ: ປະ​ຈຸ​ບັນ ມີ​ 12 ຄົນ, ເຊິ່ງ​ລວມ​ມີ​ແມ່​ຍິງ ແລະ ເດັກ​ນ້ອຍ ພວມ​ໄດ້​ຮັບ​ການ​ປິ່ນ​ປົວ, ​ເພາະ​ອາດ​ຈະ​ຖືກ​ຜົນ​ສະ​ທ້ອນ​ຈາກ​ກັບ​ບັນ​ດາ​ທ​າດ​ເຄ​ມີ​ຢູ່​ນະ​ຄອນ Mosul, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ອົງ​ການ​ລັດ​ອິດ​ສະ​ລາມ (IS) ອ້າງ​ຊື່​ເອງ​ພວມ​ມີ​ການ​ປະ​ທ​ະ​ກັນ​ກັບ​ບັນ​ດາ​ກຳ​ລັງ ອີ​ຣັກໂດຍ ອາ​ເມ​ລິ​ກາ ໜ​ູນຫຼັງ. ເຫດ​ບຸກ​ໂຈມ​ຕີ​ເກີດ​ຂຶ້ນ​ໃນ​ອາ​ທິດນີ້​ຢູ່​ພາກ​ຕາ​ເວັນ​ອອກ Mosul, ເຊິ່ງ​ແມ່ນ​ສະ​ຖານ​ທີ່​ບັນ​ດາ​ກຳ​ລັງ ອີ​ຣັກ ປະ​ກາດ ໄດ້​ຮັບ​ການ​ປົດ​ປ່ອຍ​ໃນ​ເດືອນ 1 ຜ່ານ​ມາ. ທ່ານ​ໝ​ໍ​ຜ​ູ້​ໜຶ່ງ​ຢູ່​ໂຮງໝໍ​ທີ່​ນະ​ຄອນ Irbil ຢູ່​​ອ້ອມຂ້າງ​ໄດ້​ຮັບ​ຮູ້​ວ່າ​ໄດ້​ປິ່ນ​ປົວ​ໃຫ້​ບັນ​ດາ​ຄົນ​ເຈັບ​ມີ​ສັນ​ຍານ​​ຖືກ​ຜົນ​ສະ​ທ້ອນ​ຈາກອາ​ວຸ​ດ​ເຄ​ມີ. ຕ​າມ ສ​ປ​ຊ ແລ້ວ, ອົງ​ການ​ອະ​ນາ​ໄມ​ໂລກ (WHO) ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ແລະ ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ໄດ້​ດຳ​ເນີນ “ແຜນ​ການ​ຮັບ​ມື​ຮີບ​ດ່ວນ ເພື່ອ​ແນ​ໃສ່​ປິ່ນ​ປົວ​ປອດ​ໄພ​ໃຫ້​ຜູ້​ຊາຍ, ແມ່​ຍິງ ແລະ ເດັກ​ນ້ອຍ ອາດ​ຈະ​ຖືກ​ຜົນ​ສະ​ທ້ອນ​ຈາກທາດເຄ​ມີອັ​ນ​ຕະ​ລາຍ”


ຂ່າວ/ບົດ​ອື່ນ