ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດຢ່າງ​ເຂັ້ມ​ງວດ

(VOVWORLD) -ວັນທີ 25 ສິງຫາ, ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ພົບປະກັບທ່ານ Selwin Hart ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ, ທີ່ປຶກສາພິເສດຂອງທ່ານເລຂາທິການໃຫຍ່ ກ່ຽວກັບການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ. ທ່ານ
ສ​ປ​ຊ ຕີ​ລາ​ຄາ​ສູງ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ ຫວຽດ​ນາມ ໃນ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ການ​ກະ​ທຳ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງດິນ​ຟ້າ​ອາ​ກາດຢ່າງ​ເຂັ້ມ​ງວດ - ảnh 1ທ່ານເອກອັກຄະລັດຖະທູດ ດັ່ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ພົບປະກັບທ່ານ Selwin Hart ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ (ພາບ: VOV)

Selwin Hart  ຕີລາຄາສູງໝາກຜົນຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ຮ່າໂນ້ຍ ໃນຕົ້ນເດືອນສິງຫາທີ່ຜ່ານມາ, ໄດ້ເຫັນປະຈັກຕາ ຄວາມມານພະພະຍາຍາມ ແລະ ຄວາມເຂັ້ມງວດຂອງ ຫວຽດນາມ ໃນການປະຕິບັດບັນດາຄຳໝັ້ນສັນຍາທີ່ໄດ້ຍົກອອກມາຢູ່ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າກາດອາກາດ (COP-26) ກໍ່ຄືບັນດາສິ່ງທ້າທາຍ ເຊິ່ງ ຫວຽດນາມ ຕ້ອງປະເຊີນໜ້າ. ທ່ານ Selwin Hart ກໍ່ເນັ້ນໜັກ, ສະແດງຄວາມຄວາມຫວັງຢາກໃຫ້ ຫວຽດນາມ ບັນລຸໄດ້ບັນດາໝາກຜົນຕັ້ງໜ້າໃນການເຈລະຈາສ້າງຕັ້ງການພົວພັນຄູ່ຮ່ວມມືກ່ຽວກັບການຫັນປ່ຽນພະລັງງານ ແລະ ສືບຕໍ່ຍົກອອກບັນດາຄຳໝັ້ນສັນຍາຢ່າງແຮງຢູ່ ກອງປະຊຸມ COP – 27 ທີ່ຈະດຳເນີນໃນເດືອນພະຈິກຈະມາເຖິງ. ທ່ານ Selwin Hart ກໍ່ຢັ້ງຢືນວ່າ ສປຊ ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນວິວັດການຫັນປ່ຽນພະລັງງານ, ລະດົມແຫຼ່ງກຳລັງ ແລະ ຖ່າຍທອດເຕັກໂນໂລຢີ ເພື່ອປະຕິບັດຄຳໝັ້ນສັນຍາຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ