ສ​ປ​ຊ ປ່ຽນ​ແປງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕເສດ​ຖະ​ກິດ​ທົ່ວ​ໂລກ

(VOVWORLD) - ຕາມບົດລາຍການ, ເຖິງວ່າມີການເຕີບໂຕໃນປີນີ້ກໍຕາມ, ແຕ່ລະດັບການເຕີບໂຕຍັງຢູ່ໃນລະດັບຕ່ຳກວ່າ ເມື່ອທຽບໃສ່ລະດັບການເຕີບໂຕສະເລ່ຍ 3,1% ໃນສອງທົດສະວັດກ່ອນເກີດໂລກລະບາດໂຄວິດ - 19.
ສ​ປ​ຊ ປ່ຽນ​ແປງ​ການ​ຄາດ​ຄະ​ເນ​ການ​ເຕີບ​ໂຕເສດ​ຖະ​ກິດ​ທົ່ວ​ໂລກ - ảnh 1ການເຮັດວຽກຂອງບໍລິສັດແຫ່ງໜຶ່ງຢູ່ ຈີນ (ພາບ: THX/TTXVN)

ບົດລາຍງານແງ່ຫວັງ ແລະ ສະພາບການເສດຖະກິດໂລກ ຂອງ ສປຊ, ປະກາດໃນວັນທີ 16 ພຶດສະພາ, ຄາດຄະເນວ່າ ການເຕີບໂຕເສດຖະກິດທົ່ວໂລກປີນີ້ ບັນລຸ 2,3%, ເພີ່ມຂຶ້ນ 0,4% ເມື່ອທຽບໃສ່ການຄາດຄະເນເມື່ອເດືອນມັງກອນ, ໃນຂະນະທີ່ ການຄາດຄະເນຂອງປີໜ້າ ຫຼຸດ 0,2% ລົງເຫຼືອພຽງ 2,5%. ຕາມບົດລາຍການ, ເຖິງວ່າມີການເຕີບໂຕໃນປີນີ້ກໍຕາມ, ແຕ່ລະດັບການເຕີບໂຕຍັງຢູ່ໃນລະດັບຕ່ຳກວ່າ ເມື່ອທຽບໃສ່ລະດັບການເຕີບໂຕສະເລ່ຍ 3,1% ໃນສອງທົດສະວັດກ່ອນເກີດໂລກລະບາດໂຄວິດ - 19.

        ສປຊ ໃຫ້ຮູ້ວ່າ ໃນຂະນະທີ່ແງ່ຫວັງການເຕີບໂຕຂອງ ອາເມລິກາ, ສະຫະພາບເອີຣົບ ແລະ ຈີນ ໄດ້ຮັບການປົວແປງນັ້ນ, ສຳລັບບັນດາປະເທດພວມພັດທະນາ, ແງ່ຫວັງມີທ່າອ່ຽງຫຼຸດລົງ ໃນສະພາບການບັນດາເງື່ອນໄຂສິນເຊື່ອຖືກຮັດແໜ້ນ ແລະ ຄ່າໃຊ້ຈ່າຍການເງິນກໍເພີ່ມຂຶ້ນ. ບົດລາຍງານໃຫ້ຂໍ້ສັງເກດວ່າ ບັນດາປະເທດດ້ອຍພັດທະນາກວ່າໝູ່  ໄດ້ຮັບການຄາດຄະເນວ່າ ບັນລຸລະດັບເຕີບໂຕ 4,1% ໃນປີນີ້ ແລະ 5,2% ໃນປີໜ້າ, ຕ່ຳກວ່າຫຼາຍເມື່ອທຽບໃສ່ເປົ້າໝາຍການເຕີບໂຕ 7% ທີ່ໄດ້ວາງອອກໃນໂຄງການດຳເນີນງານປີ 2030 ກ່ຽວກັບການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ