ສ​ປ​ຊ ຮຽກ​ຮ້ອງ ລີ​ບີ ແລະ ອີ​ຢູ ປັບ​ປຸງ​ການ​ເຄື່ອນ​ໄຫວ​ກູ້​ຊີບ​ຊາວ​ອົບ​ພະ​ຫຍົບ​ຢູ່​ທະ​ເລ ເມ​ດີ​ເຕ​ຣາ​ເນ

(VOVWORLD) -      ວັນທີ 25 ພຶດສະພາ, ສປຊ ຮຽກຮ້ອງໃຫ້ ລີບີ ແລະ ສະຫະພາບເອີຣົບ (ອີຢູ) ປັບປຸງບັນດາບັ້ນຊອກຫາ ແລະ ກູ້ຊີບຊາວອົບພະຫຍົບຢູ່ທະເລ ເມດີເຕຣາເນ, ໂດຍຖືວ່າ: ສະພາບການຕົວຈິງໃນປັດຈຸບັນ ພວມເຮັດໃຫ້ຊາວອົບພະຍົບເສຍສິດທິຫຼາຍຢ່າງ, ກຽດສັກສີ ແລະ ນັບທັງຊີວິດອິນຊີອີກດ້ວຍ.
ສ​ປ​ຊ ຮຽກ​ຮ້ອງ ລີ​ບີ ແລະ ອີ​ຢູ ປັບ​ປຸງ​ການ​ເຄື່ອນ​ໄຫວ​ກູ້​ຊີບ​ຊາວ​ອົບ​ພະ​ຫຍົບ​ຢູ່​ທະ​ເລ ເມ​ດີ​ເຕ​ຣາ​ເນ - ảnh 1ຊາວອົບພະຍົບ ໄດ້ຮັບການກູ້ຊີບຈາກກຳລັງກູ້ຊີບຂອງ ແອັດສະປາຍ (ພາບ:DPA/TTXVN)

ບົດລາຍງານຂອງຫ້ອງການສິດທິມະນຸດ ສປຊ ກ່ຽວກັບບັ້ນຊອກຫາ, ກູ້ຊີບ ແລະ ປົກປ້ອງຊາວອົບພະຫຍົບ ຢູ່ພາກກາງທະເລ ເມດີເຕຣາເນ ໄດ້ໃຫ້ເຫັນວ່າ ບັນດານະໂຍບາຍ, ຄວາມຊິນເຄີຍໃນການຊອກຫາ ແລະ ກູ້ຊີບ ໃນປັດຈຸບັນ “ບໍ່ໃຫ້ບູລິມະສິດທາງດ້ານຊີວິດອິນຊີ, ຄວາມປອດໄພ ແລະ ສິດທິມະນຸດ” ຂອງບຸກຄົນທີ່ພວມຫາວິທີຂ້າມຜ່ານທະເລຈາກ ອາຟະລິກາ ໄປຍັງ ເອີຣົບ. ຫ້ອງການສິດທິມະນຸດ ສປຊ ຖືວ່າ ບັນດານະໂຍບາຍ ແລະ ຄວາມຊິນເຄີຍໃນການຊອກຫາ, ກູ້ຊີບໃນປັດຈຸບັນຢູ່ເຂດທະເລດັ່ງກ່າວ ໄດ້ສ້າງເງື່ອນໄຂໃຫ້ແກ່ການລະເມີດ ແລະ ສວຍໃຊ້ໂອກາດຕ້ານຄືນຊາວອົບພະຫຍົບຫຼາຍກວ່າ ການຢຸດຕິການເຄື່ອນໄຫວອົບພະຫຍົບ. 

ຕອບກັບ

ຂ່າວ/ບົດ​ອື່ນ