ສ​ປ​ຊ ຮຽກ​ຮ້ອງ​ຄວາມ​ສາ​ມັກ​ຄີ​ກັບ​ຊາວ​ອົບ​ພະ​ຍົບ

(VOVWORLD) - ໃນປີ 2020, ມີຊາວອົບພະຍົບປະມານ 281 ລ້ານຄົນ, ກວມເອົາ 3,6% ຈຳນວນປະຊາກອນທົ່ວໂລກ ແລະ ທ່ານເລຂາທິການໃຫຍ່ ສປຊ ກໍຖືວ່າ ຊາວອົບພະຍົບສືບຕໍ່ປະເຊີນໜ້າກັບການຈຳແນກການປະພຶດທີ່ນັບມື້ນັບຫຼາຍ ແລະ ຂາດຄວາມຍຸຕິທຳ, ຕ້ານຊາວຕ່າງປະເທດ ແລະ ຈຳແນກເຊື້ອຊາດຜິວພັນ.
ສ​ປ​ຊ ຮຽກ​ຮ້ອງ​ຄວາມ​ສາ​ມັກ​ຄີ​ກັບ​ຊາວ​ອົບ​ພະ​ຍົບ - ảnh 1(ພາບປະກອບ: THX/TTXVN)

ໃນສານສະບັບໜຶ່ງທີ່ສົ່ງໄປຍັງທົ່ວໂລກເນື່ອງໃນໂອກາດວັນອົບພະຍົບສາກົນ (ວັນທີ 18 ທັນວາ), ທ່ານເລຂາທິການໃຫຍ່ ສປຊ Antonio Guterres ຖືວ່າ ການສະແດງຄວາມສາມັກຄີກັບຊາວອົບພະຍົບພວມນັບມື້ນັບກາຍເປັນບັນຫາສຳຄັນກວ່າເວລາໃດໝົດ.

ຕາມທ່ານ Antonio Guterres ແລ້ວ, ບັນດາປະເທດໃນໂລກຄວນມີການຮ່ວມມືຢ່າງແໜ້ນແຟ້ນກວ່າ ແລະ ມີວິທີສຳຜັດທີ່ເມດຕາກະລຸນາກວ່າໃນບັນຫາຊາວອົບພະຍົບ. ສິ່ງດັ່ງກ່າວໝາຍຄວາມວ່າ ການຄວບຄຸມຢູ່ເຂດຊາຍແດນຕ້ອງມີມະນຸດສະທຳກວ່າ, ເຄົາລົບສິດທິມະນຸດ ແລະ ຄວາມຕ້ອງການຊ່ວຍເຫຼືອມະນຸດສະທຳຂອງຊາວອົບພະຍົບ, ຮັບປະກັນໃຫ້ເຂົາເຈົ້າໄດ້ຮັບການປົກປ້ອງຕໍ່ໜ້າໂລກລະບາດໂຄວິດ - 19.

ຕາມ ສປຊ ແລ້ວ, ໃນປີ 2020, ມີຊາວອົບພະຍົບປະມານ 281 ລ້ານຄົນ, ກວມເອົາ 3,6% ຈຳນວນປະຊາກອນທົ່ວໂລກ ແລະ ທ່ານເລຂາທິການໃຫຍ່ ສປຊ ກໍຖືວ່າ ຊາວອົບພະຍົບສືບຕໍ່ປະເຊີນໜ້າກັບການຈຳແນກການປະພຶດທີ່ນັບມື້ນັບຫຼາຍ ແລະ ຂາດຄວາມຍຸຕິທຳ, ຕ້ານຊາວຕ່າງປະເທດ ແລະ ຈຳແນກເຊື້ອຊາດຜິວພັນ.


 

ຕອບກັບ

ຂ່າວ/ບົດ​ອື່ນ