ສປຊ ຮຽກຮ້ອງໃຫ້ເປີດກ້ວາງຄຳສັ່ງຢຸດຍິງດ້ານມະນຸດສະທຳຢູ່ ຊີຣີ

(VOVWORLD) - ວັນທີ 01 ມີນາ, ບັນດາເຈົ້າໜ້າທີ່ສະຫະປະຊາຊາດຖືວ່າ ຄຳສັ່ງຢຸດຍິງດ້ານມະນຸດສະທຳໃນເວລາ 5 ຊົ່ວໂມງ/ວັນ ຢູ່ເຂດ Ghouta ຕາເວັນອອກ, ຊານນະຄອນຫລວງ Damascus ຂອງ ຊີຣີ,
ສປຊ ຮຽກຮ້ອງໃຫ້ເປີດກ້ວາງຄຳສັ່ງຢຸດຍິງດ້ານມະນຸດສະທຳຢູ່ ຊີຣີ - ảnh 1ພາບປະກອບ/ AFP/TTXVN

ຄວນໄດ້ຮັບການເປີດກ້ວາງ ເພື່ອສ້າງເງື່ອນໄຂໃຫ້ແກ່ການແຈກຢາຍເຄື່ອງຊ່ວຍເຫຼືອໃຫ້ສາມັນຊົນ ແລະ ຍົກຍ້າຍຄົນເຈັບ ແລະ ຕ້ອງຮັບປະກັນການເຄື່ອນໄຫວນີ້ ຈະບໍ່ມີສ່ວນກ່ຽວຂ້ອງເຖິງການແລກປ່ຽນນັກໂທດ. ໃນ 11 ວັນຜ່ານມາ, ໄດ້ມີຜູ້ເສຍຊີວິດນັບຮ້ອຍຄົນໃນບັນດາເຫດຖິ້ມລະເບີດຢູ່ Ghouta ຕາເວັນອອກ, ເຂດສຸດທ້າຍພາຍໃຕ້ການຄວບຄຸມຂອງຝ່າຍລຸກຮື້ຂຶ້ນ.

        ຕໍ່ໜ້າສະພາບການດັ່ງກ່າວ, ໃນກອງປະຊຸມປະຈຳອາທິດຢູ່ ເຊີແນວ ປະເທດ ສະວິດ, ວັນທີ 01 ມີນາ, ທີ່ປຶກສາຂອງສະຫະປະຊາຊາດກ່ຽວກັບບັນຫາມະນຸດສະທຳ ທ່ານ Jan Egeland ໄດ້ຕຳໜິຕິຕຽນບັນດານັກການທູດຂອງ 23 ປະເທດ ເຂົ້າຮ່ວມກອງປະຊຸມ ທີ່ບໍ່ສາມາດໜູນຊ່ວຍບັນດາພາລະກອນຂອງສະຫະປະຊາຊາດທີ່ໄປຊ່ວຍເຫຼືອສາມັນຊົນຢູ່ ຊີຣີ ໄດ້.

        ຕາມຄຳຮຽກຮ້ອງຂອງ ລັດເຊຍ, ວັນທີ 27 ກຸມພາ ເຊິ່ງເປັນມື້ທຳອິດທີ່ນຳໃຊ້ຄຳສັ່ງຢຸດຍິງ 5 ຊົ່ວໂມງ/ວັນ ຢູ່ Ghouta ຕາເວັນອອກ. ເຖິງແມ່ນວ່າ, ຄຳສັ່ງຢຸດຍິງໄດ້ຖືກທຳລາຍ ຍ້ອນຄວາມຮຸນແຮງ ເມື່ອ ມົດສະກູ ແລະ Damascus ກ່າວຫາບັນດາກຸ່ມປະກອບອາວຸດ ລະເມີດຄຳສັ່ງຢຸດຍິງດ້ານມະນຸດສະທຳ.

ຕອບກັບ

ຂ່າວ/ບົດ​ອື່ນ