ສປຊ ເຊື່ອມຕໍ່ການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ ຊີຣີ

(VOVWORLD) - ສິນຄ້າມະນຸດສະທຳ ຖ້ຽວທຳອິດນັບແຕ່ເດືອນ ພະຈິກ 2017 ໄດ້ຂົນສົ່ງເຖິງເຂດ Ghouta ຕາເວັນອອກ ຢູ່ຊີຣີ

ສປຊ ເຊື່ອມຕໍ່ການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢູ່ ຊີຣີ - ảnh 1ຄ້າຍຊາວອົບພະຍົມ ລີບີ ຢູ່ ລີບານ

(ພາບ: aa.com.tr)

ວັນທີ 14 ກຸມພາ, ຫ້ອງການບັນດາບັນຫາມະນຸດສະທຳຂອງ ສປຊ ໃຫ້ຮູ້ວ່າ: ສິນຄ້າມະນຸດສະທຳ ຖ້ຽວທຳອິດນັບແຕ່ເດືອນ ພະຈິກ 2017 ໄດ້ຂົນສົ່ງເຖິງເຂດ Ghouta ຕາເວັນອອກ ຢູ່ຊີຣີ, ສະຖານທີ່ເຊິ່ງປະຈຸບັນ ໂດຍແມ່ນຝ່າຍຄ້ານຄວບຄຸມ. ຂະບວນລົດໂອໂຕ ໂດຍ ສປຊ ສົມທົບກັບອົງການຊິກວົງເດືອນແດງ ຊີຣີ ປະຕິບັດ. ນີ້ແມ່ນສິນຄ້າໜູນຊ່ວຍຖ້ຽວທຳອິດໃນປີນີ້ໄດ້ໄປຜ່ານເສັ້ນຂີດຂັ້ນເພື່ອໄປຍັງ Nashabieh ຢູ່ທາງທິດຕາເວັນອອກ Ghouta ແລະ ແຈກຢາຍທັນຍາຫານ ແລະ ຢຸກຢາ ພ້ອມກັບບັນດາວັດຖຸອຸປະກອນທີ່ຈຳເປັນໃຫ້ແກ່ປະຊາຊົນ ທີ່ພວມຖືກຕົກຄ້າງຢູ່ທີ່ນີ້ເປັນຈຳນວນ 7.200 ຄົນ.

        ສະພາຄວາມໝັ້ນຄົງ ສປຊ ພວມຄິດໄລ່ຊັ່ງຊາຮ່າງມະຕິ, ໂດຍ ຊູແອດ ແລະ ຄູເວດ ສະເໜີ, ຮຽກຮ້ອງບັນດາຝ່າຍປະທະກັນປະຕິບັດຄຳສັ່ງຢຸດຍິງເປັນເວລາກ່ວາ 1 ເດືອນ ຢູ່ ຊີຣີ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການເຄື່ອນໄຫວໜູນຊ່ວຍມະນຸດສະທຳຢ່າງຮີບດ່ວນ.

ຕອບກັບ

ຂ່າວ/ບົດ​ອື່ນ