ສປຊຮຽກຮ້ອງກໍ່ສ້າງບັນດານະຄອນ“ທັນສະໄໝ”ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ

ສປຊຮຽກຮ້ອງກໍ່ສ້າງບັນດານະຄອນ“ທັນສະໄໝ”ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ Ban Ki Moon ​ເລຂາທິການ​ໃຫຍ່ ສປຊ ​
(ພາບ: TTXVN)

(vovworld) – ​ ​ ​ ວັນ​ທີ 4/12, ຢູ່​ກອງ​ປະຊຸມ​ດິນ​ຟ້າອາກາດ​ທີ່​ສະຫງວນ​ໃຫ້​ບັນດາ​ການ​ນຳ​ທ້ອງ​ຖິ່ນ ຢູ່​ນອກ​ກອງ​ປະຊຸມ​ຄັ້ງ​ທີ່ 21 ສົນທິສັນຍາ​ແມ່​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ (COP 21) ພວມ​ດຳ​ເນີນ​ໄປ​ຢູ່ Paris (ຝະລັ່ງ), ທ່ານ Ban Ki Moon ​ເລຂາທິການ​ໃຫຍ່ ສປຊ ​ໄດ້ປະກາດ​ບົດ​ລາຍ​ງານ​ໃໝ່. ບົດ​ລາຍ​ງານດັ່ງກ່າວ ​ເນັ້ນ​ໜັກ​ວ່າ: ຄວນ​ມີ​ບັນດາ​ນະ​ໂຍບາຍ ​ແລະ ກົນ​ໄກ​ລະອຽດ ​​ເພື່ອ​ດຶງ​ດູດ​ການ​ລົງທຶນ​ໃຫ້​ແກ່ການ​ກໍ່ສ້າງ​ບັນດາ​ພື້ນຖານໂຄງ​ລ່າງ​ “ທັນ​ສະ​ໄໝ” ​ເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ຢູ່​ບັນດາ​ນະຄອນ. ບົດ​ລາຍ​ງາ​ນ​ໄດ້​ຍົກ​ອອກ 5 ຂໍ້​ສະ​ເໜີ​ແນະ ​ເພື່ອ​ແນ​ໃສ່​ປຸກລະດົມ​​ແຫຼ່ງ​​ເງິນ​ລົງທຶນ ​ເພື່​ອກໍ່ສ້າງ​ບັນດາ​ພື້ນຖານໂຄງ​ລ່າງ​​ຕົວ​ເມືອງທີ່​ເກີດ​ມົນ​ລະ​ພິດ​ບໍ່​ຫລາຍ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​.

 

 

 


ຂ່າວ/ບົດ​ອື່ນ