ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ

(VOVWORLD) - ເຫດຍິງລູກສອນໄຟຂອງ ສປປ ເກົາຫຼີ ໄດ້ດຳເນີນຢູ່ບໍລິເວນທະເລທີ່ມີທ່າກ່ຳປັ່ນ Shinpo. ໃນສານຝາກເຖິງວົງການນັກຂ່າວ, JCS ກໍ່ໃຫ້ຮູ້ວ່າ: ກອງທັບພວມເພີ່ມທະວີການຕິດຕາມກວດກາ ແລະ ກ່າວເຕືອນ, ພ້ອມທັງສົມທົບກັນແໜ້ນແຟ້ນກັບ ອາເມລິກາ ເພື່ອຕິດຕາມບັນດາສັນຍານກໍ່ຄືການເຄື່ອນໄຫວຕໍ່ໄປຂອງ ສປປ ເກົາຫຼີິ.
ສປປ ເກົາຫຼີ ຍິງລູກສອນໄຟນຳວິຖີ - ảnh 1ລູກສອນໄຟນະວິຖື Pulhwasal
(ພາບ: YONHAP)

ເວລາ 8 ໂມງວັນທີ 28 ມັງກອນ (ຕາມເວລາທ້ອງຖິ່ນ), ສປປ ເກົາຫຼີ ໄດ້ຍິງລູກສອນໄຟນຳວິທີບາງລູກຈາກເຂດແຄມທະລທາງທິດຕາເວັນອອກຂອງປະເທດນີ້.

ສະພາເສນາທິການໃຫຍ່ກຳລັງທະຫານປະສົມ ສ ເກົາຫຼີ (JCS) ໄດ້ຄັດສະເໜີການໄຈ້ແຍກພວມໄດ້ດຳເນີນໄປ, ໂດຍໃຫ້ຮູ້ວ່າ: ເຫດຍິງລູກສອນໄຟຂອງ ສປປ ເກົາຫຼີ ໄດ້ດຳເນີນຢູ່ບໍລິເວນທະເລທີ່ມີທ່າກ່ຳປັ່ນ Shinpo. ໃນສານຝາກເຖິງວົງການນັກຂ່າວ, JCS ກໍ່ໃຫ້ຮູ້ວ່າ: ກອງທັບພວມເພີ່ມທະວີການຕິດຕາມກວດກາ ແລະ ກ່າວເຕືອນ, ພ້ອມທັງສົມທົບກັນແໜ້ນແຟ້ນກັບ ອາເມລິກາ ເພື່ອຕິດຕາມບັນດາສັນຍານກໍ່ຄືການເຄື່ອນໄຫວຕໍ່ໄປຂອງ ສປປ ເກົາຫຼີິ.

ນີ້ແມ່ນເຫດຍິງລູກສອນໄຟນຳວິຖີທີສອງຂອງ ສປປ ເກົາຫຼີ ນັບແຕ່ຕົ້ນປີມາຮອດປະຈຸບັນ, ພາຍຫຼັງທີ່ປະເທດນີ້ໄດ້ຍິງລູກສອນໄຟນຳວິຖີຍຸດທະສາດທີ່ມີຊື່ວ່າ Pulhwasal-3-31 ໃນວັນທີ 24 ມັງກອນ ຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ