ສປປ ເກົາຫຼີ ໄດ້ເປີດປະຕູໃຫ້ແກ່ບັນດາການເຈລະຈາ

ສປປ ເກົາຫຼີ ໄດ້ເປີດປະຕູໃຫ້ແກ່ບັນດາການເຈລະຈາ - ảnh 1
( ພາບຈາກ ອີນເຕີແນດ )
( vov world )     ສປປ ​ເກົາຫຼີ ​​ໄດ້ເປີດປະຕູ​ໃຫ້​ແກ່​ບັນດາ​ການ​ເຈລະຈາ​ກັບ ສ. ​ເກົາຫຼີ ​ໃນທັນ​ທີ່​ຖ້າ​ຫາກ​ອຳນາດ​ການ​ປົກຄອງ ສ.​ເກົາຫຼີ ຕອບ​ສະໜອງບາງ​ເງື່ອນ​ໄຂ​ຕັດສິນ​ຊີ້​ຂາດໃຫ້​ແກ່​ການ​ເຈລະຈາ. ນີ້​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ພັນ​ເອກ Ri Son Gwon, ​ເຈົ້າ​ໜ້າ​ທີ​ກົມ​ນະ​ໂຍບາຍ​ສັງ​ກັດ​ຄະນະ​ກຳມະການ​ປ້ອງ​ກັນ​ຊາດ​ແຫ່ງ ສປປ ​ເກົາຫຼີ ​ໃນ​ການ​ຕອບ​ສຳພາດເຊິ່ງ​ໄດ້ດຳ​ເນີນ​ໄປ​ຢູ່ຄະ​ຄວນ​ຫຼວງ ພຽງ​ຢາງ ​ໃນ​ວັນ​ທີ 2 ກຸມພາ. ທ່ານພັນ​ເອກ Ri Son Gwon ກໍ່​ຢືນຢັນ​ວ່າ ຖ້າຫາກ ສ.​ເກົາຫຼີ ມີຄຳ​ຕອບ​ຢ່າງ​ຈະ​ແຈ້ງນັ້ນ​, ການ​ເຈລະຈາ​ຈະ​ໄດ້​ຮັບ​ການ​ເຊື່ອມ​ຕໍ່​​ຄືນ​ໃໝ່ໃນທັນ​ທີ່. ​ເລື່ອງ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ ​ແລະ ປົວ​​ແປງ​ບັນດາ​ສາຍ​ພົວພັນ 2 ຝ່າຍ​ອິ່ງ​ໃສ່​​ການ​ກຽມພ້ອມ​ຂອງ​ລັດຖະບານ ສ.​ເກົາຫຼີ. ຄຳຖະ​ແຫຼ​ງຂອງ​ທ່ານ Ri Son Gwon ​ໄດ້​ຍົກ​ອອກ​ມາ​ພາຍຫຼັງ​ນັກ​ການ​ທູດ​ຂັ້ນ​ສູງ​ຂອງ ອາ​ເມ​ລິ​ກາ ​ເວົ້າ​ວ່າ ປະ​ເທດ​ນີ້​ຈະ​ເປີດ​ປະຕູ​ໃຫ້​ແກ່​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ​ກ່ຽວ​ກັບ​ໂຄງການ​​ນິວ​ເຄຼຍ ສປປ ​ເກົາຫຼີ ຜ່ານ​ທາງການ​ທູດຖ້າ​ຫາກ ສປປ ​ເກົາຫຼີ ປັບປຸງ​ບັນດາ​ການພົວພັນ​ກັບ ສ.​ເກົາຫຼີ .
ຂ່າວ/ບົດ​ອື່ນ