ສປປ.ເກົາຫຼີ ຍິງປຶນໃຫຍ່ 250 ລູກເພື່ອກ່າວເຕືອນການຊ້ອມຮົບຂອງ ສ.ເກົາຫຼີ

(VOVWORLD) -ກອງທັບປະເທດນີ້ໄດ້ຍິງປືນໃຫຍ່ “ກ່າວເຕືອນ” ໃນມາດຕະການ “ໂຕ້ຕອບດ້ານການທະຫານຢ່າງແຮງ” ຕໍ່ບັນດາການຊ້ອມຮົບຂອງ ສ.ເກົາຫຼີ.
ສປປ.ເກົາຫຼີ ຍິງປຶນໃຫຍ່ 250 ລູກເພື່ອກ່າວເຕືອນການຊ້ອມຮົບຂອງ ສ.ເກົາຫຼີ - ảnh 1ສປປ.ເກົາຫຼີ ໄດ້ຍິງປຶນໃຫຍ່ 250 ລູກ
(ພາບ: AFP/TTXVN)

        ໃນຖະແຫຼງການທີ່ໄດ້ຍົກອອກມາໃນວັນທີ 19 ຕຸລາ, ສະພາເສນາທິການກຳລັງທະຫານປະສົມ ສ.ເກົາຫຼີ (JCS) ໃຫ້ຮູ້ວ່າ, ຕອນຄ່ຳວັນທີ 18 ຕຸລາ, ສປປ.ເກົາຫຼີ ໄດ້ຍິງປຶນໃຫຍ່ 250 ລູກໃສ່ບໍລິເວນທະເລທາງທິດຕາເວັນອອກ ແລະ ຕາເວັນຕົກຂອງປະເທດນີ້.

        ໃນຖະແຫຼງການທີ່ໄດ້ຍົກອອກມາພາຍຫຼັງເຫດການນີ້ພຽງ 2 – 3 ຊົ່ວໂມງ, ໂຄສົກກອງເສນາທິການກອງໃຫຍ່ທັບປົດປ່ອຍ ສປປ.ເກົາຫຼີ (PKA) ໃຫ້ຮູ້ວ່າ, ກອງທັບປະເທດນີ້ໄດ້ຍິງປືນໃຫຍ່ “ກ່າວເຕືອນ” ໃນມາດຕະການ “ໂຕ້ຕອບດ້ານການທະຫານຢ່າງແຮງ” ຕໍ່ບັນດາການຊ້ອມຮົບຂອງ ສ.ເກົາຫຼີ. ຖະແຫຼງການໂດຍສຳນັກຂ່າວສານສູນກາງ ສປປ.ເກົາຫຼີ (KCNA) ໄດ້ເອົາລົງທາງອິນເຕີເນັດ ກໍ່ຮຽກຮ້ອງໃຫ້ ສ.ເກົາຫຼີ ຢຸດຕິບັນດາການກະທຳເພີ່ມຄວາມເຄັ່ງຕຶງດ້ານການທະຫານຢູ່ແຫຼມ ເກົາຫຼີ ໂດຍທັນທີ.

ຕອບກັບ

ຂ່າວ/ບົດ​ອື່ນ