ສປປ.ເກົາຫຼີ ສົ່ງຄຳຂາດຮຽກຮ້ອງໃຫ້ສ.ເກົາຫຼີ ທັບມ້າງບັນດາຮາກຖານຢູ່ພູ Kumgang

(VOVWORLD) -ສປປ.ເກົາຫຼີ ຈະພັດທະນາພູ Kumgang ໃຫ້ກາຍເປັນເຂດວັດທະນະທຳ ແລະ ທ່ອງທ່ຽວທົ່ວໂລກໂດຍໄວ

ສປປ.ເກົາຫຼີ ສົ່ງຄຳຂາດຮຽກຮ້ອງໃຫ້ສ.ເກົາຫຼີ ທັບມ້າງບັນດາຮາກຖານຢູ່ພູ Kumgang - ảnh 1

ເຂດພັກຜ່ອນຕາກອາກາດພູ Kumgang 

(ພາບ: Yonhap/TTXVN)

ວັນທີ 15 ພະຈິກ, ສຳນັກຂ່າວສານສູນກາງສປປ.ເກົາຫຼີ (KCNA) ໄດ້ໃຫ້ຂ່າວວ່າ, ໃນຕົ້ນອາທິດນີ້, ພຽງຢາງ ໄດ້ສົ່ງຄຳຂາດເຖິງເຊີອູນ ດ້ວຍການກ່າວເຕືອນວ່າ ຈະທັບມ້າງບັນດາຮາກຖານໂດຍສ.ເກົາຫຼີ ກໍ່ສ້າງ ຢູ່ເຂດພັກຜ່ອນຕາກອາກາດພູ Kumgang ພຽງແຕ່ຝ່າຍດຽວ, ຖ້າຫາກວ່າ ເຊີອູນ ບໍ່ທັບມ້າງເອງ. ຕາມ KCNA ແລ້ວ, ສປປ.ເກົາຫຼີ ໄດ້ສົ່ງຄຳຂາດໄປໃຫ້ໃນວັນທີ 11 ພະຈິກ, ໂດຍຊີ້ແຈ້ງວ່າ “ຖ້າຫາກບັນດາເຈົ້າໜ້າທີ່ສະເພາະກິດຂອງສ.ເກົາຫຼີ ສືບຕໍ່ມີບັນດາຄຳຮຽກສິດທີ່ບໍ່ມີຜົນປະໂຫຍດນັ້ນ, ພວກຂ້າພະເຈົ້າຈະຖືນັ້ນແມ່ນການປະຕິເສດ ແລະ ຈະດຳເນີນບັນດາການມາດຕະການແຂ້ງກະດ້າງເພື່ອທຳລາຍຮາກຖານນັ້ນພຽງແຕ່ຝ່າຍດຽວ”. ສປປ.ເກົາຫຼີ ຈະພັດທະນາພູ Kumgang ໃຫ້ກາຍເປັນເຂດວັດທະນະທຳ ແລະ ທ່ອງທ່ຽວທົ່ວໂລກໂດຍໄວ ຕາມເອກະລັກສະເພາະຂອງຕົນ ແລະ ສ.ເກົາຫຼີ ບໍ່ມີເຫດຜົນໃດໆທີ່ຈະມາແຊກແຊງ.

ຕອບກັບ

ຂ່າວ/ບົດ​ອື່ນ