ສປປເກົາຫຼີ ສືບຕໍ່ປະຕິເສດ ການເຈລະຈາກ່ຽວກັບເຂດອຸດສາຫະກຳ Kaesong

ສປປເກົາຫຼີ ສືບຕໍ່ປະຕິເສດ ການເຈລະຈາກ່ຽວກັບເຂດອຸດສາຫະກຳ Kaesong - ảnh 1
ເຂດ​ອຸດສາຫະກຳ​ລວມ Keasong
(ພາບ: Reuters)
(vovworld) ສຳນັກຂ່າວສານ AFP ​ໄດ້​ຄັດ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ກະຊວງ​ທ້ອນ​ໂຮມ​ແຫ່ງ​ຊາດ​ສ.​ເກົາຫຼີ ​ໂດຍ​ໃຫ້​ຮູ້​ວ່າ ສປປ​ເກົາຫຼີ ​ໄດ້​ປະຕິ​ເສດ​ການ​ເຈລະຈາ​ຂອງ​ກຸ່ມນັກ​ທຸ​ລະ​ກິດສ.​ເກົາຫຼີ ຢາກ​ມາ​ເຂດ​ອຸດສາຫະກຳ​ລວມ Keasong ​ເພື່ອ​ເຈ​ລະ​ຈາ​ກ່ຽວ​ກັບ​ອະນາຄົດ​ຂອງ​ເຂດ​ອຸດສາຫະກຳ​ນີ້ ​ໃນ​ສະພາວະ​ທີ່​ມີ​ຄວາມ​ວິຕົກ​ກັງວົນ​ວ່າ ​ເຂດ​ອຸດສາຫະກຳ​ນີ້​​ຈະ​ປິດ​ປະຕູ​ຖາວອນ. ມີ​ການ​ນຳວິ​ສາ​ຫະກິດ 10 ທ່ານ​ທີ່​ມີ​ບໍລິສັດ​ຕັ້ງ​ຢູ່ Keasong ​​ໄດ້​ມານະ​ພະຍາຍາມ​​ເຂົ້າ​ມາເຂດອຸດສາຫະກຳ Keasong. ​ແຕ່​ຄວາມ​ມິດ​ງຽບ​ຂອງ​ພຽງ​ຢາ​ງ ​ໄດ້​ເຮັດ​ໃຫ້ການ​ຢ້ຽມ​ຢາມ​ບໍ່​ສາມາດ​ປະຕິບັດ​ໄດ້​ໃນ​ວັນ​ທີ 30/04. ກ່ອນ​ໜ້າ​ນັ້ນ, ພຽງ​ຢາງ ​ໄດ້​ປະຕິ​ເສດ​ການ​ເຈລະຈາ​ຂອງ​ຝ່າຍ​ສ.​ເກົາຫຼີ ກ່ຽວ​ກັບ​ອະນາຄົດ​ຂອງ​ເຂດ​ອຸສາ​ຫະກຳ Keasong, ພາຍ​ຫຼັງທີ່​ຫ້າມ​ບັນດາ​ພາລະ​ກອນ​ຂອງ​ສ.​ເກົາຫຼີ ​ເຂົ້າ​ເຂດ​ອຸສາ​ຫະກຳ Keasong ​ແລະ ຖອນກຳ​ມະກອນ​ສປປ.ເກົາຫຼີ 53.000 ຄົນ​ທີ່​ພວມ​ເຮັດ​ວຽກ​ຢູ່​ນີ້ ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງ​ຕຶງ​ພວມ​ປິນຂັ້ນ​ໃດ​ໃນ​ແຫຼມ​ເກົາຫຼີ. ​​ເພື່ອ​ການໂຕ​ຕອບ​ຄື​ນ, ສ.​ເກົາຫຼີ ​ໄດ້​ອອກ​ຄຳ​ສັ່ງ​ຖອນ​ພາລະ​ກອນ ​ແລະ ກຳມະກອນພວມ​​ເຮັດ​ວຽກ​ຢູ່​ນີ້​ກັບ​ເມືອ​ປະ​ເທດ.
ຂ່າວ/ບົດ​ອື່ນ