ສປປເກົາຫລີປະຕິເສດຂໍ້ສະເຫນີເຈລະຈາບັນຫານິວເຄຼຍ,ຮຽກຮ້ອງລົງນາມໃນສົນທິສັນຍາສັນຕິພາບກັບອາເມລິກາ

ສປປເກົາຫລີປະຕິເສດຂໍ້ສະເຫນີເຈລະຈາບັນຫານິວເຄຼຍ,ຮຽກຮ້ອງລົງນາມໃນສົນທິສັນຍາສັນຕິພາບກັບອາເມລິກາ - ảnh 1
ລັດ​ຖະ​ມົນ​ຕ​ີ​ການ​ຕ່າ​ງ​ປະ​ເທດ ສ​ປ​ປ ເກົາ​ຫລີ Ri Su Yong.
 (: Reuters)


(vovworld)-​ ວັນ​ທີ 17/10, ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ເກົາ​ຫລີ ໄດ້​ຖະ​ແຫລງ ປະ​ຕິ​ເສດ​ຂໍ້​ສະ​ເຫນີ​ເຊື່ອມ​ຕໍ່​ການ​ເຈ​ລະ​ຈາ ເພື່ອ​ຢຸດ​ຕິ​ໂຄງ​ການ​ນິວ​ເຄຼຍ​ຂອງ​ປະ​ເທດນີ້ ພ້ອມ​ທັງ​ຖະ​ແຫລງ​ວ່າ: ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມຄື​ແນວນັ້ນ​ຖືກ​ປະ​ລາ​ໄຊ. ນອກນັ້ນ ພຽງ​ຢາງ ກໍ​ຢ້ຳ​ຄືນ​ຄຳ​ສະ​ເຫນີ ວໍ​ຊິງ​ຕັນ ຕ້ອງ ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາກ່ຽວ​ກັບ​ສົນ​ທິ​ສັນ​ຍາ ສັນ​ຕິ​ພາບ. ຖະ​ແຫລງ​ດັ່ງ​ກ່າ​ວ​ຖືກ​ຍົກ​ອອກ​ພາ​ຍ​ຫລັງ ມື້​ຫນຶ່ງ​ທີ່​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອ​າ​ເມ​ລິ​ກາ B. Obama ແລະ ທ່ານ​ນາງ ປະ​ທາ​ນາ​ທິ​ບໍ​ດີ ສ​ເກົາ​ຫລີ Park Geun Hye ຖະ​ແຫລງວ່າ: ເຂົາ​ເຈົ້າ​ພ້ອມ​ແລ້ວ​ເຈ​ລະ​ຈາ​ກັບ ສ​ປ​ປ ເກົາ​ຫລີ ກ່ຽວ​ກັບ​ບັນ​ດາ​ມາດ​ຕະ​ການ​ລົງ​ໂທດ ແຕ່​ພຽງ​ຢາງ ຕ້ອງ​ສະ​ແດງ​ໃຫ້​ເຫັນ​ທ່າ​ທີເຂັ້ມ​ງວດ​ສຳ​ລັບ​ການ​ລົບ​ລ້າງ​ຄວາມ​ມັກ​ໃຫຍ່​ໃຝ່​ສູງ​ດ້ານ​ນິວ​ເຄຼຍ. ໃນ​ຂະ​ນະ​ນັ້ນ ພຽງ​ຢາງ ຖື​ວ່າ: ມີພຽງ​ແຕ່​ສົນ​ທິ​ສັນ​ຍາ​ສັນ​ຕິ​ພາບ ກັບ ວໍ​ຊິງ​ຕັນ ຈຶ່ງ​ສາ​ມາດ​ແກ້​ໄຂການ​ປະ​ທະ​ກັນ​ຢູ່​ແຫລມ​ເກົາ​ຫລີ​ໄດ້.

 

 

ຂ່າວ/ບົດ​ອື່ນ