ສປປເກົາຫຼີຮຽກຮ້ອງໃຫ້ຍຸບເລິກ ກຳລັງຕິດຕາມກວດກາສັນຍາ ຢຸດຕິການສູ້ຮົບ

ສປປເກົາຫຼີຮຽກຮ້ອງໃຫ້ຍຸບເລິກ ກຳລັງຕິດຕາມກວດກາສັນຍາ ຢຸດຕິການສູ້ຮົບ - ảnh 1

(ພາບປະກອບ:dantri.com.vn)

(vovworld): ວັນ​ທີ 14/1, ​ສປປ ​ເກົາຫຼີ ​ໄດ້​ຮຽກຮ້ອງ​ໃຫ້​ຍຸບ​ເລິກກອງ​ບັນຊາ​ການກຳລັງຕິດຕາມ​ກວດກາ​ສັນຍາ​ຢຸດຕິ​ການ​ສູ້​ຮົບ​ໃນ​ແຫຼມ​ເກົາຫຼີ ຂອງ ສປຊ (UNC) ຢູ່​ສເກົາຫຼີ ​ແລະ ປ່ຽນ​ແທນ​​ດ້ວຍ​ສົນທິສັນຍາ​ສັນຕິພາບ. ​ເອກະສານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ ​ໃຫ້​ຮູ້​ວ່າ: ​ເລື່ອງ​ອາ​ເມ​ລິ​ກາ ​ລົບ​ລ້າງຫຼື​ບໍ່​ລົບ​ລ້າງ UNC ອາດ​ຈະ​ຖືກ​ຖື​ວ່າ​ແມ່ນ​ໄມ້​ວັດ​ແທກ​ເຈດ​ຕະນາ​ດີ​ຂອງ​ວໍ​ຊິງ​ຕັນ ​ໃນ​ການຮັກສາ “ນະ​ໂຍບາຍ​ຕ້ານ ສປປ ​ເກົາຫຼີ“. ​ເອກະສານ​ດັ່ງກ່າວ​ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ​ອາ​ເມ​ລິ​ກາ ຄັດຄ້ານ​ເລື່ອງປ່ຽນ​ແທນ​ສັນຍາ​ຢຸດຕິ​ການ​ສູ້​ຮົບ ດ້ວຍ​ສົນທິສັນຍາ​ສັນຕິພາບ​ຍາວ​ນານ​ຍ້ອນ​ວ່າ ວໍ​ຊິງ​ຕັນ ຢາກ​ຮັກສາ​ກົນ​ໄກຢຸດຕິ​ການ​ສູ້​ຮົບ ​ແລະ UNC. ກະຊວງ​ການ​ຕ່າງປະ​ເທດ ສປປ ​ເກົາຫຼີ ​ເນັ້ນຫນັກ​ວ່າ: ພຽງ​ຢາງ ຈະ​ຮັກສາ ​ແລະ ​ເພີ່ມ​ທະວີ​ບັນດາ​ຄວາມ​ສາມາດ​ນາບ​ຂູ່​ສົງຄາມ​ຈົນ​ເຖິງ​ເວລາ​ອາ​ເມ​ລິ​ກາ ຕົກລົງ​ຍົກ​ອອກ​ການ​ຄັດ​ເລືອກ​ທີ່​ຖືກຕ້ອງ ​ແລະ ຖື​ວ່າ: ການ​ເຈລະຈາ​ດ້ານການ​ເມືອງ​ຂັ້ນສູງຈະ​ແມ່ນ​ທິດກ້າວ​ເດີນ​ໜຶ່ງດຽວ​ເພື່ອ​ແນ​ໃສ່​ຮັບປະກັນ​ພື້ນຖານ​ສັນຕິພາບໝັ້ນຄົງ​ໃນ​ແຫຼມ​ເກົາຫຼີ.

ຂ່າວ/ບົດ​ອື່ນ