ສື່ມວນຊົນ ຈີນ ລົງຂ່າວຢ່າງຫລວງຫລາຍກ່ຽວກັບການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມຟ້າມມິງຈິງ

(VOVWORLD) -ໃນຂອບເຂດການໄປປະຕິບັດງານ, ວັນທີ 26 ມິຖຸນາ ຢູ່ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ງຜິງ ແລະ ທ່ານ ຫວ່າງຮູ່ຫນິງ ກຳມະການກົມການເມືອງສູນກາງພັກກອມມູນິດ ຈີນ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ.

ສື່ມວນຊົນ ຈີນ ລົງຂ່າວຢ່າງຫລວງຫລາຍກ່ຽວກັບການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມຟ້າມມິງຈິງ - ảnh 1ສື່ເອເລັກໂຕນິກ ຈີນ ລົງຂ່າວກ່ຽວກັບການໄປປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ຈີນ. ພາບ:TTXVN

ໃນຊຸມມື້ຜ່ານມາ, ສື່ມວນຊົນ ຈີນ ໄດ້ ລົງຂ່າວຢ່າງຫລວງຫລາຍກ່ຽວກັບການເຄື່ອນໄຫວຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບຄະນະຜູ້ແທນຫວຽດນາມ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມປະຈຳປີບັນດາຜູ້ນຳຫນ້າຄັ້ງທີ 15 ຂອງເວທີປາໄສໂລກ (WEF) ຢູ່ ນະຄອນ ຕະຫລຽນ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 24 – 27 ມິຖຸນາ.

ໃນຂອບເຂດການໄປປະຕິບັດງານ, ວັນທີ 26 ມິຖຸນາ ຢູ່ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ງຜິງ ແລະ ທ່ານ ຫວ່າງຮູ່ຫນິງ ກຳມະການກົມການເມືອງສູນກາງພັກກອມມູນິດ ຈີນ, ປະທານສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນ.

ສື່ມວນຊົນ ຈີນ ໄດ້ຄັດສະເຫນີຄຳກ່າວເຫັນ ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈິ້ງຜິງ ທີ່ການພົບປະ ແລະ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບ ຫວຽດນາມ ເພື່ອເພີ່ມທະວີການກຳນົດທິດຍຸດທະສາດ, ຢຶດໝັ້ນຄວາມສາມັກຄີ ແລະມິດຕະພາບ, ການຫນູນຊ່ວຍເຊິ່ງກັນ ແລະກັນ, ເຮັດໃຫ້ການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດໃຫ້ເລິກເຊິ່ງຂຶ້ນຕື່ມ. ຈີນ ພ້ອມແລ້ວຈະສົ່ງເສີມໃຫ້ຫລາຍວິສາຫະກິດຂອງປະເທດນີ້ ເພີ່ມທະວີການລົງທຶນເຂົ້າ ຫວຽດນາມ ແລະ ປາດຖະຫນາ ຫວຽດນາມ ຈະສ້າງເງື່ອນໄຂສະດວກ, ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃຫ້ສະດວກກວ່າເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ