ສື່ມວນຊົນ ຍີ່ປຸ່ນ ອອກຂ່າວຢ່າງຫຼວງຫຼາຍ ກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

(VOVWORLD) -ວັນທີ 8 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ອອກຂ່າວຢ່າງຫຼວງຫຼາຍກ່ຽວກັບການພົບປະຂັ້ນສູງ ລະຫວ່າງ ທ່ານນາຍົກລັດຖະມົນຕີ Shinzo Abe ແລະ ທ່ານ ນາຍົກລັກຖະມົນຕີ ຫງວຽນ ຊວນຟຸກ. 

ສື່ມວນຊົນ ຍີ່ປຸ່ນ ອອກຂ່າວຢ່າງຫຼວງຫຼາຍ ກ່ຽວກັບການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  - ảnh 1 ທ່ານນາຍົກລັດຖະມົນຕີ Shinzo Abe ແລະ ທ່ານ ນາຍົກລັກຖະມົນຕີ ຫງວຽນ ຊວນຟຸກ ຕອບສໍາພາດຕໍ່ນັກຂ່າວ, ພາຍຫຼັງການເຈລະຈາ (ພາບ:Thong Nhat/TTXVN) 

ສໍານັກຂ່າວສານ Kyodo  ໄດ້ລົງພິມບົດຂຽນ ໂດຍມີຫົວຂໍ້ວ່າ “ຍີ່ປຸ່ນ, ຫວຽດນາມ ເຫັນດີຮ່ວມມືເພື່ອຮັກສາສັນຕິພາບທີ່ທະເລຕາເວັນອອກ”. ບົດຂຽນໄດ້ຄັດສະເໜີຄໍາກ່າວປາໄສຂອງ ທ່ານນາຍົກລັດຖະມົນຕີ Shinzo Abe ໃນການຖະແຫຼງຂ່າວຮ່ວມ ພາຍຫຼັງການເຈລະຈາ ໂດຍໃຫ້ຮູ້ວ່າ ຍີ່ປຸ່ນ ບໍ່ນອນໃນເຂດທະເລຕາເວັນອອກ ແຕ່ຖືນີ້ແມ່ນເສັ້ນທາງເດີນເຮືອທີ່ມີຄວາມສໍາຄັນຍຸດທະສາດ. ນອກຈາກນັ້ນ, ທ່ານ Shinzo Abe ກໍໄດ້ເນັ້ນໜັ້ກເຖິງຄວາມຕັດສິນໃຈສູງໃນການສ້າງເຂດມະຫາສະໝຸດອິນເດຍ - ປາຊີຟິກ ໃຫ້ເປັນພາກພື້ນເປີດ ແລະ ເສລີ. ໃນຂະນະນັ້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸຸກ ໃຫ້ຮູ້ວ່່າ ສອງຝ່າຍຢັ້ງຢືນຄວາມຈໍາເປັນຕ້ອງຮັບປະກັນສັນຕິພາບ, ຄວາມປອດໄພໃນການເດີນເຮືອ ແລະ ຄວາມເສລີໃນການເດີນບິນ ແລະ ເດີນເຮືອ ຢູ່ ເຂດທະເລຕາເວັນອອກ.

ສ່ວນບົດຂຽນໃນໜ້າເວັບຂອງສະຖານີໂທລະພາບ NHK  ໃຫ້ຮູ້ວ່າ ການນໍາສອງທ່ານ ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດການຮັບປະກັນຄວາມປອດໄພໃນການເດີນເຮືອ ເພື່ອສ້າງພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ ເປັນເປີດ ແລະ ເສລີ.

ທີ່ກ່ຽວຂ້ອງເຖິງສັນຍາ CPTPP, ບົດຂຽນທີ່ມີຫົວຂໍ້ວ່າ “ກອງປະຊຸມສໍາມະນາ ລະຫວ່າງທ່ານນາຍົກລັດຖະມົນຕີຍີ່ປຸ່ນ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ: ເພີ່ມທະວີການຮ່ວມມືຊຸກຍູ້ສັນຍາ CPTPP ໃຫ້ມີຜົນສັກສິດໂດຍໄວ” ຂອງ NHK ໃຫ້ຮູ້ວ່າ ການນໍາສອງທ່ານເຫັນດີເພີ່ມທະວີການຮ່ວມມື ເພື່ອຊຸກຍູ້ການຄ້າເສລີ, ເຮັດໃຫ້ CPTPP ມີຜົນສັກສິດໂດຍໄວ.

ສໍາລັບບາງຂົງເຂດການຮ່ວມມືສອງຝ່າຍອື່ນໆ, NHK ກໍໄດ້ຄັດສະເໜີຄໍາກ່າວປາໄສຂອງທ່ານນາຍົກລັດຖະມົນຕີ Shinzo Abe ໄດ້ສະແດງຄວາມປາດຖະໜາວ່າ  “ຍີ່ປຸ່ນ ແລະ ຫວຽດນາມຈະ ຊຸກຍູ້ການຮ່ວມມື ເພື່ອເປົ້າໝາຍພັດທະນາຮອບດ້ານພາກພື້ນແມ່ນໍ້າຂອງ ກໍຄືຂອງສອງປະເທດ”.

ຕອບກັບ

ຂ່າວ/ບົດ​ອື່ນ