ສື່ມວນຊົນ ຍີ່ປຸ່ນ ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບບົດບາດຂອງຫວຽດນາມ

(VOVWORLD) -ເຫດການນີ້ ໄດ້ດຶງດູດນັກຂ່າວສາກົນກວ່າ 3.000 ຄົນ ແລະ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ ຫວຽດນາມ ໂຄສະນາການທ່ອງທ່ຽວອອກສູ່ທົ່ວໂລກ. 

ເນື່ອງໃນກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ  ຖືກດໍາເນີນຢູ່ຮ່າໂນ້ຍ, ສື່ມວນຊົນຍີ່ປຸ່ນ ໄດ້ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບທີ່ຕັ້ງບົດບາດຂອງຫວຽດນາມ ກໍຄືການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ ແລະ ຫວຽດນາມ - ສປປ.ເກົາຫຼີ.

        ໃນລາຍການພິເສດ, ໜັງສືພິມ Sankei ຖືວ່າ ດ້ວຍຫຼັກໝັ້ນ “ເປັນກາງ”, ເລື່ອງຫວຽດນາມຮັບໜ້າທີ່ເປັນປະເທດເຈົ້າພາບ, ສະໜອງສະຖານທີ່ຈັດຕັ້ງກອງປະຊຸມສຸດຍອດ ແມ່ນເພື່ອແນໃນໃສ່ສະແດງໃຫ້ເຫັນຄວາມປາດຖະໜາຢາກປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ສະຖຽນລະພາບຂອງໂລກ.

ສື່ມວນຊົນ ຍີ່ປຸ່ນ ໃຫ້ຂ່າວເປັນຈໍານວນຫຼວງຫຼາຍກ່ຽວກັບບົດບາດຂອງຫວຽດນາມ - ảnh 1ຈໍາໜ່າຍປະມວນສະແຕມ ສະເຫຼີມສະຫຼອງເຫດການ

        ເມື່ອເຕື້ອງເຖິງນໍ້າໃຈຮັກແພງແຂກຄົນຂອງຫວຽດນາມ ເນື່ອງໃນໂອກາດຈັດຕັ້ງເຫດການສໍາຄັນນີ້, ໜັງສືພິມ Sankei ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ “ຫວຽດນາມ, ປະເທດເຈົ້າພາບຈັດຕັ້ງເຫດການ ກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ, ຈໍາໜ່າຍປະມວນສະແຕມ ສະເຫຼີມສະຫຼອງເຫດການ”, ໂດຍໃຫ້ຮູ້ວ່່າ ສະແຕມໄດ້ຮັບການອອກແບບດ້ວຍຮູບທຸງຊາດຫວຽດນາມ ແລະ ຮູບຈັບມືຂອງການນໍາ ອາເມລິກາ - ສປປ.ເກົາຫຼີ ໃນພື້ນສີຟ້າ ພ້ອມດ້ວຍ ຮູບວັນມ໊ຽວກວັກຕື໋ຢ໊າມ (ມະຫາວິທະຍາໄລແຫ່ງທໍາອິດຂອງຫວຽດນາມ) ແລະ ຕົ້ນໄມ້ໄຜ່.

ສໍານັກຂ່າວສານ NHK ກໍໄດ້ລົງບົດຂຽນ ເຕື້ອງເຖິງເລື່ອງ  02 ວິສາຫະກິດຫວຽດນາມ ຊື້ເຮືອບິນ Boeing ຂອງ ອາເມລິກາ ດ້ວຍຈໍານວນຫຼາຍ.

        ໃນຂະນະນັ້ນ, ໜັງສືພິມ Nikkei ກໍໄດ້ລົງພິມບົດຂຽນຕີລາຄາປະສິດທິຜົນຂອງສື່ມວນຊົນຕໍ່ເລື່ອງຈັດຕັ້ງກອງປະຊຸມສຸດຍອດຄັ້ງທີ 2 ລະຫວ່າງ ອາເມລິກາ - ສປປ.ເກົາຫຼີ. ເຫດການນີ້ ໄດ້ດຶງດູດນັກຂ່າວສາກົນກວ່າ 3.000 ຄົນ ແລະ ນີ້ແມ່ນໂອກາດທີ່ດີເພື່ອໃຫ້ ຫວຽດນາມ ໂຄສະນາການທ່ອງທ່ຽວອອກສູ່ທົ່ວໂລກ. ຕາມໜັງສືພິມ Nikkei ແລ້ວ, ສື່ມວນຊົນ ຫວຽດນາມ ໄດ້ທົບທວນຄືນບັນດາຂີດໝາຍທີ່ດີງາມໃນການພົວພັນລະຫວ່າງຫວຽດນາມ - ສປປ.ເກົາຫຼີ ແລະ ລົງພິມຂ່າວການນໍາ Kim Jong-un ໄປຢ້ຽມຢາມໂຮງຮຽນອະນຸບານຢູ່ຮ່າໂນ້ຍ ທີ່ໄດ້ຮັບການຊ່ວຍເຫຼືອຈາກ ສປປ.ເກົາຫຼີໃນໄລຍະສົງຄາມ.

ຕອບກັບ

ຂ່າວ/ບົດ​ອື່ນ