ສື່ມວນຊົນ ເຊັກໂກ ນຳສະເໜີຂ່າວພົ້ນເດັ່ນກ່ຽວກັບໝາກຜົນແຫ່ງການເຈລະຈາຂັ້ນສູງລະຫວ່າງ ເຊັກໂກ ແລະ ຫວຽດນາມ

(VOVWORLD) - ວັນທີ 07 ມີຖຸນາ ບັນດາສື່ເອເລັກໂຕນິກແຖວໜ້າຂອງ ສ.ເຊັກໂກ ຄັດສະເໜີຫລາຍບົດ ແລະ ຮູບພາບພົ້ນເດັ່ນກ່ຽວກັບໝາກຜົນແຫ່ງການເຈລະຈາຂັ້ນສູງລະຫວ່າງທ່ານປະທານາທິບໍດີ ສ.ເຊັກໂກ Milos Zeman ແລະ ທ່ານປະທານປະເທດ ສສ. ຫວຽດນາມ ເຈີ່ນດ້າຍກວາງ
ສື່ມວນຊົນ ເຊັກໂກ ນຳສະເໜີຂ່າວພົ້ນເດັ່ນກ່ຽວກັບໝາກຜົນແຫ່ງການເຈລະຈາຂັ້ນສູງລະຫວ່າງ ເຊັກໂກ ແລະ ຫວຽດນາມ - ảnh 1 ພິທີຕ້ອນຮັບທ່ານປະທານາທິບໍດີ Milos Zeman 

ດ້ວຍຫົວຂໍ້ “ແຂກທ່ອງທ່ຽວ ເຊັກໂກ ສາມາດໄປ ຫວຽດນາມ ໂດຍທີ່ບໍ່ຕ້ອງການວີຊາ”, ສື່ເອເລັກໂຕນິກ Novinky (ການຂ່າວ) ໃຫ້ຮູ້ວ່າ ທີ່ການເຈລະຈາ, ທ່ານປະທານາທິບໍດີ Milos Zeman ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ເຫັນດີເປັນເອກະສັນ ຍົກເວັ້ນວີຊາໄລຍະສັ້ນໃຫ້ແຂກທ່ອງທ່ຽວ ເຊັກໂກ ທີ່ຢາກໄປຢ້ຽມຢາມ ຫວຽດນາມ, ພ້ອມທັງເຫັນດີເປັນເອກະພາບ ເປີດສາຍການບິນໂດຍກົງລະຫວ່າງ Praha ແລະ ນະຄອນ ໂຮ່ຈີມິນ. ໃນຂະນະນັ້ນ ໂທລະພາບ ເຊັກໂກ ກໍ່ໃຫ້ຂ່າວວ່າ ທີ່ການເຈລະຈາກັບທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານປະທານາທິບໍດີ Milos Zeman ຖືວ່າ: ເລື່ອງສ້າງຕັ້ງສາຍການບິນໂດຍກົງລະຫວ່າງ 2 ປະເທດ ແລະ ຍົກເວັ້ນວີຊາ ບໍ່ພຽງແຕ່ສົ່ງເສີມພົນລະເມືອງ ເຊັກໂກ ໄປຍັງ ຫວຽດນາມ ທ່ອງທ່ຽວ ຫລາຍກ່ວາເກົ່າອີກເທົ່ານັ້ນ ຫາກຍັງຊຸກຍູ້ການແລກປ່ຽນເສດຖະກິດລະຫວ່າງ 2 ປະເທດອີກດ້ວຍ. ວິທະຍຸ ເຊັກໂກ, ສື່ເອເລັກໂຕນິກ Mlada Fronta DNES ກໍ່ໃຫ້ຂ່າວກ່ຽວກັບການເຊັນສັນຍາມອບສົ່ງຜູ້ຖືກສານຕັດສິນລົງໂທດລະຫວ່າງ 2 ປະເທດ. ນອກນັ້ນ ບັນດາອົງການສື່ມວນຊົນຂອງ ເຊັກໂກ ກໍ່ໃຫ້ຂ່າວກ່ຽວກັບພິທີລົງນາມສັນຍາຮ່ວມມືວຽກງານຕຳຫລວດລະຫວ່າງ 2 ປະເທດ, ໃນນັ້ນ ເນັ້ນໜັກເຖິງເລື່ອງ ແລກປ່ຽນຂໍ້ມູນຂ່າວ ແລະ ການຮ່ວມມືສະກັດກັ້ນອາດຊະຍາກຳຄ້າຂາຍຢາເສບຕິດຂອງທັງ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ