ສື່ມວນຊົນຈີນໄດ້ໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ

ສື່ມວນຊົນຈີນໄດ້ໃຫ້ຂ່າວຢ່າງຫລວງຫລາຍກ່ຽວກັບການຢ້ຽມຢາມຈີນຂອງທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫ​ລີ​ເຄີ​ຊຽງ
ພາບ:vov

(vovworld)- ໃນ​ໄລ​ຍະ​ຢ້ຽມ​ຢາມ​ຈີນ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ເຂົ້າ​ຮ່ວມ​ງານ​ຕະ​ຫລາດ​ນັດ ອາ​ຊຽນ - ຈີນ ແລະ ກອງ​ປະ​ຊຸ​ມ​ສຸດຍອດການ​ຄ້າ ແລະ ການ​ລົງ​ທຶນ ອາ​ຊຽນ - ຈີນ ຄັ້ງ​ທີ 13 ຢູ່ ຫນານ​ຫນິງ, ຢ້ຽມ​ຢາມ​ເຂດ​ປົກ​ຄອງ​ດ້ວຍຕົນ​ເອງເຜົ່າ​ຈ້​ວາງ ແລະ ເຂດ​ປົກ​ຄອງ​ພິ​ເສດ ຮົ່ງ​ກົງ ຕາມ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫ​ລີ​ເຄີ​ຊຽງ ແຕ່​ວັນ​ທີ 10 -15/9, ສື່ມວນ​ຊົນ​ປະ​ເທດນີ້ ໄດ້​ໃຫ້​ຂ່າວ​ຢ່າງ​ລຽນ​ຕິດ ແລະ ເປັນ​ຈຳ​ນວນ​ຫລວງ​ຫລາຍ​ກ່ຽວ​ກັບ​ເຫດ​ການ​ດັ່ງ​ກ່າວ.

        ໃນ​ຫນ້າ​ທຳ​ອິດ​ຂອງ ຫນັງ​ສື​ພິມ ຢີນ​ໝີນ​ຈື​ເປົາ ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ສີ​ຈິ້ນ​ຜິງ ຊີ້​ແຈ້ງວ່າ: ສອງ​ປະ​ເທດ ຈີນ ແລະ ຫວຽດ​ນາມ ລ້ວນ​ແຕ່​ຢືດ​ໝັ້ນ​ພັກ​ກອມ​ມູ​ນິດ ຊີ້​ນຳ​ນຳ​ພາ ແລະ ລະ​ບອບ​ສັງ​ຄົມ​ນິ​ຍົມ, ນີ້​ແມ່ນ​ຜົນ​ປະ​ໂຫຍດ​ລວມ​​ດ້ານ​ຍຸດ​ທະ​ສາດ​ໃຫຍ່​ທີ່​ສຸດ​ລະ​ຫວ່າງ​ສອງ​ປະ​ເທດ. ປະ​ຈຸ​ບັນ ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ພວມ​ຮັກ​ສາ​ທ່າ​ພັດ​ທະ​ນາ​ຕາມ​ທິດ​ຕັ້ງ​ຫນ້າ. ທ່ານ ສີ​ຈິ້ນ​ຜິງ ສະ​ແດງ​ຄວາມ​ປ​າດ​ຖະ​ຫນາ​ວ່າ ສອງ​ຝ່າຍ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ, ສືບ​ຕໍ່​ຮັກ​ສາ​ບັນ​ດາ​ການ​ຢ້ຽມ​ຢາມ ແລະ ການ​ພົບ​ປະ​ຂັ້ນ​ສູງ​ເປັນ​ປະ​ຈ​ຳ, ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ຍຸດ​ທະ​ສາດ, ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ເພີ່ມ​ທະ​ວີ​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຈີນ ຫວຽດ​ນາມ ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່​ຢ່າງບໍ່​ຢຸດຢັ້ງ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ກວ່າ​ອີກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

        ໃນ​ຂະ​ນະ​ນັ້ນ ສຳ​ນັກ​ຂ່າວ​ສານ ຊີນ​ຮ​ວາ ໄດ້​ໃຫ້​ຂ່າວ,ບົດ, ຮູບ​ພາບ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃນ​ໄລ​ຍະ​ພວມ​ຢ້ຽມ​ຢາມ​ຈີນ. ສຳ​ນັກ​ຂ່າວ​ສານ​ແຫ່ງ​ລັດ​ຈີນ ຢືນ​ຢັນວ​່າ: ການ​ພົບ​ປະ​ເຈ​ລະ​ຈາ​​ຄັ້ງ​ຕ່າງໆລະ​ຫວ່າງ​ ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກັບ​ການ​ນຳ​ພັກ, ລັດ, ສະ​ພາ​​ຜ​ູ້​ແທນ​ປະ​ຊາ​ຊົນແຫ່ງ​ຊາດ​ຈີ​​ນ, ​ສະ​ພາ​ປຶ​ກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ ບັນ​ລຸ​ໄດ້ຄວາມ​ຮັບ​ຮູ້​ລວມ​ທີ່​ສຳ​ຄັນ​ຫລາຍ​ຢ່າງ. ການ​ຢ້ຽມ​ຢາມ​ຂອງທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ຊຸກ​ຍູ້​ເປີດກວ້າງ​ບັນ​ດາ​ຂົງ​ເຂດ​ຮ່ວມ​ມື ແລະ ເຂົ້າ​ສູ່​ແທດ​ຈິງ​, ເຊື່ອມ​ຕໍ່​ບັນ​ດາ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ເພີ່ມ​ທະ​ວີ​ກາ​ນ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ, ນຳ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຫວຽດ​ນາມ - ຈີນ ຂຶ້ນ​ສູ່​ລະ​ດັບ​ສູງ​ໃຫມ່.

ສຳ​ລັບ​ບັນ​ດາ​ບັນ​ຫາ​ທີ່​ຍັງ​ຄົງ​ຄ້າງ, ສອງ​ຝ່າຍ​ລ້ວນ​ແຕ່​ເຕື້ອງ​ເຖິງຢ່າງ​ກົງ​ໄປ​ກົງ​ມາ. ວິ​ທະ​ຍຸ​ກະ​ຈາຍ​ສຽງ​ແຫ່ງ​ຊາດ​ຈີນ ໃຫ້​ຮູ້​ວ່າ: ການ​ເຈ​ລະ​ຈາ​ລະ​ຫວ່າງ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫລີ​ເຄີ​ຊຽງ ໄດ​້​ເນັ້ນ​ຫນັກ​ເຖິງ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ຫາ​ອະ​ທິ​ປະ​ໄຕ​ຜືນ​ແຜ່ນ​ດິນ ແລະ ສິດ​ຜົນ​ປະ​ໂຫຍດ​ບົນ​ທະ​ເລ, ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ໄມ​ຕິ​ຈິດ​ລະ​ຫວ່າງ​ສອງ​ຊາດ. ສອງ​ປະ​ເທດ ຈີນ ແລະ​ຫວຽດ​ນາມ ພ້ອມ​ກັນ​ມາ​ນະ​ພະ​ຍາ​ຍາມ, ເຄົາ​ລົບ​ບັນ​ດາ​ຄວາມ​ຮັບ​ຮູ້​ລວມ​ຂັ້ນ​ສູງ, ຮັກ​ສາ​ສະ​ຖຽນ​ລະ​ພາບ​ບົນ​ທະ​ເລ, ມາ​ນະ​ພະ​ຍາ​ຍາມ​ຄວບ​ຄຸມ​ຄວາມບໍ່​ລົງ​ລອຍ​ກັນ, ຊຸກ​ຍູ້​ການ​ຮ່ວມ​ມື​ບົນ​ທະ​ເລ, ຮັບ​ເອົາ​ຄວາມ​ຮັບ​ຮູ້​ລວມ​ຢ່າງບໍ່​ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ