ສື່ມວນຊົນຝຣັ່ງໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດີF.Hollande

ສື່ມວນຊົນຝຣັ່ງໃຫ້ຂ່າວກ່ຽວກັບການຢ້ຽມຢາມຫວຽດນາມຂອງປະທານາທິບໍດີF.Hollande - ảnh 1

​ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ຢ້ຽມຢາມ ຫວຽດນາມ

(vovworld) –  ວັນ​ທີ 6/9, ສື່​ມວນ​ຊົນ ຝຣັ່ງ ​​ໄດ້​ໃຫ້​ຂ່າວ​ຢ່າງ​ຫຼວງ​ຫຼາຍ​ກ່ຽວ​ກັບ​ການ​ຢ້ຽມຢາມ​ທາງ​ລັດຖະກິດ ຫວຽດນາມ ຂອງ​ທ່ານ​ປະທານາທິບໍດີ ຝຣັ່ງ Francois Hollande ​ແລະ ຢັ້ງຢືນ​ຈຸ​ດສຸມ​ໃນ​ການ​ຢ້ຽມຢາມ​ແມ່ນ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ເສດຖະກິດ ​ແລະ ການ​ຄ້າ​ລະຫວ່າງ​ 2 ປະ​ເທດ ຝຣັ່ງ ​ແລະ ຫວຽດນາມ. ໜັງສືພິມລາຍ​ວັນ “Le Monde” (​ໂລກ) ມີ​ບົດ​ຂຽນ​ຂອງ​ທ່ານ​ທູດ​ພິ​ເສດ Cedric Pietralunga ​ໃຫ້​ຮູ້​ວ່າ ມີ​ ສັນຍາ​​ເສດຖະກິດສຳຄັນຫຼາຍ​ສະບັບ​ໄດ​້ລົງ​ນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້. ນີ້​ແມ່ນ​ການ​ຢ້ຽມຢາມ ຫວຽດນາມ ຂອງ​ປະທາ​ນາ​ທິບໍດີ ຝຣັ່ງ ນັບ​ແຕ່​ເມື່ອມີ​ການ​ຢ້ຽມຢາມ​ຂອງ​ອະ​ດິດປະທານາທິບໍດີ Jacques Chirac ​​ໃນ​ປີ 2004.

        ​ໂດຍ​ມີ​ທັດສະນະ​ດຽວ​ກັນ​ກັບ​ໜັງສືພິມ “Le Monde”, ໜັງສືພິມ “Le Point” ​ເນັ້ນ​ໜັກ​ວ່າ: ຈຸດປະສົງ​ຂອງ​ການ​ຢ້ຽມຢາມ​ແມ່ນ​ຊຸກຍູ້​ການ​ຮ່ວມ​ມືດ້ານ​ເສດຖະກິດ​ກັບ ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້​ເວົ້າ​ລວມ, ​ເຊິ່ງ​ແມ່ນ​ແຫ່ງ​ມີ​ການ​ເຕີບ​ໂຕ​ສູງ​​ເປັນພິ​ເສດ, ກໍ່​ຄື​ເພີ່ມ​ທະວີ​ການ​​ແລກປ່ຽນ​ໃນ​ຫຼາຍ​ຂົງ​ເຂດ​ວັດທະນະທຳ ​ແລະ ພາສາ ຝຣັ່ງ. ​ໃນ​ຂະນະ​ນັ້ນ, ດ້ວຍ​ຫົວ​ຂໍ້ “ປະທານາທິບໍດີ Francois Hollande ຢ້ຽມຢາມ ຫວຽດນາມ  - ປະ​ເທດສ້າງ​ຄວາມ​ເຂັມ​​ແຂງ​ດ້ວຍຕົນ​ເອງ”, ໜັງສືພິມ “Les Echos” (ສຽງກັງວານ) ຢັ້ງຢືນ ຮ່າ​ໂນ້ຍ ​ໄດ້​ກາຍ​ເປັນ​ຈຸດ​ນັບ​ພົບ​ທີ່ດູດ​ດື່ມ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ​ສາກົນ, ​ຍ້ອນ​ເຫດ​ນັ້ນ, ​ນີ້ຈຶ່ງ​ແມ່ນບ່ອນທີ່​ຂອງ​ທ່ານ​ປະທານາທິບໍດີ ຝຣັ່ງ ​ເລືອກ​ເຟັ້ນພາຍມາ​ຢ້ຽມຢາມຫຼັງ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ຈີ 20 ຢູ່ ຮາງ​ເຈົາ (ປະ​ເທດ​ຈີນ).


ຂ່າວ/ບົດ​ອື່ນ