ສື່ມວນຊົນລາວ ອອກຂ່າວ, ບົດເປັນຈຳນວນຫຼາຍກ່ຽວກັບບັນດາກິດຈະກຳສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ
(VOVWORLD) - ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ສືບຕໍ່ໄດ້ຮັບການຖະໜຸຖະໜອມ ແລະ ເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນຍິ່ງໃຫຍ່ໃຫ້ແກ່ທັງສອງລັດ. ການປະຕິວັດເດືອນສິງຫາໄດ້ສ້າງພື້ນຖານປະຊາທິປະໄຕ, ຢັ້ງຢືນສິດທິມະນຸດ, ຢັ້ງຢືນຄວາມຄດາຫວັງຂອງຊາດ ຫວຽດນາມ.
ໜ້າທຳອິດຂອງໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກຕອນເຊົ້າວັນທີ 1 ກັນຍາ (ພາບ: VOV) |
ເນື່ອງໃນໂອກາດສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາປະເທດແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ, ໃນໜ້າທຳອິດຂອງໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກຕອນເຊົ້າວັນທີ 1 ກັນຍາ ໄດ້ລົງບົດຂຽນກ່ຽວກັບຄວາມຮູ້ສຶກຂອງທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ; ພ້ອມດຽວກັນນັ້ນ, ທ່ານກໍຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ສືບຕໍ່ໄດ້ຮັບການຖະໜຸຖະໜອມ ແລະ ເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນຍິ່ງໃຫຍ່ໃຫ້ແກ່ທັງສອງລັດ. ການປະຕິວັດເດືອນສິງຫາໄດ້ສ້າງພື້ນຖານປະຊາທິປະໄຕ, ຢັ້ງຢືນສິດທິມະນຸດ, ຢັ້ງຢືນຄວາມຄດາຫວັງຂອງຊາດ ຫວຽດນາມ.
ມີຫຼາຍໜັງສືພິມອື່ນຂອງລາວກໍໄດ້ລົງຂ່າວ, ບົດກ່ຽວກັບບັນດາກິດຈະກຳທີ່ມີຄວາມໝາຍ ສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ກໍຄືບັນດາຜົນງານເຊິ່ງພັກ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນ 80 ປີຜ່ານມາ.
ນັກຂ່າວ VOV ປະຈຳ ລາວ