ສື່ມວນຊົນສືບຕໍ່ລະດົມກຳລັງໃຈ,ເຊີດຊູ “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ”

(VOVWORLD) -ຕອນຄໍ່າວັນທີ 08 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງໄດ້ມອບລາງວັນທີ 1 ໜຶ່ງລາງວັນ, ລາງວັນທີ 2 ສອງລາງວັນ, ລາງວັນທີ 3 ສາມລາງວັນ ແລະ ລາງວັນຊົມເຊີຍ 9 ລາງວັນ ໃຫ້ບັນດາຜູ້ຂຽນທີ່ໄດ້ຮັບລາງວັນໃນການເສງຂຽນ “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ” ຄັ້ງທີ 8.

ສື່ມວນຊົນສືບຕໍ່ລະດົມກຳລັງໃຈ,ເຊີດຊູ “ບັນດາແບບຢ່າງທີ່ລຽບງ່າຍແຕ່ສູງສົ່ງ” - ảnh 1 ພິທີມອບລາງວັນ

(ພາບ: vietnamnet.vn)

ນີ້ແມ່ນເຫດການແທດຈິງ ເນື່ອງໃນໂອກາດສະເຫຼີມສະຫຼອງ 69 ປີແຫ່ງວັນປະທານໂຮ່ຈິມິນ ອອກຄຳຮຽກຮ້ອງແຂ່ງຂັນຮັກຊາດ ແລະ 92 ປີແຫ່ງວັຍສື່ມວນຊົນປະຕິວັດຫວຽດນາມ (21 ມີຖຸນາ 1925 – 21 ມິຖຸນາ 2017), ໂດຍໜັງສືພິມ ກວນໂດ້ຍເຍີນເຢີນ (ສຽງຂອງກອງທັບປະຊາຊົນ) ສົມທົບກັບບາງຫົວໜ່ວຍຈັດຕັ້ງ. ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫວໍວັນເຖືອງ ໄດ້ເນັ້ນໜັກວ່າ: ບັນດາບົດຂຽນເຂົ້າຮ່ວມການເສງໄດ້ສ່ອງແສງຫຼາຍແບບຢ່າງດີເດັ່ນຢ່າງມີຊີວິດຊີວາຂອງພະນັກງານ, ປະຊາຊົນຢູ່ບັນດາຂະແໜງອາຊີບ, ຂົງເຂດທີ່ພວມອຸທິດສ່ວນໃຫ້ປະຊາຄົມ, ປະເທດຊາດ. ສິ່ງດັ່ງກ່າວໄດ້ປະກອບສ່ວນຢືນຢັນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຄຸນສົມບັດ, ແບບແຜນຂອງປະທານໂຮ່ຈິມິນ ທີ່ພວມດຳເນີນໄປເຕັມໄປດ້ວຍພະລົງຊີວິດ, ດ້ວຍວຽກແທ້ຈິງ, ເຖິງວ່າຈະລ້ຽບງ່າຍແຕ່ມີຄວາມໝາຍອັນໃຫຍ່ຫຼວງ, ປະກອບສ່ວນຢືນຢັນຄວາມໄວ້ເນື້ອເຊື່ອໃຈ, ພະລັງຊີວິດ, ກຳລັງແຜ່ລາມດ້ານແນວຄິດ, ຄຸນສົມບັດ, ແບບແຜນຂອງປະທານໂຮ່ຈິມິນ ໃນຊີວິດດ້ານວັດທະນະທຳ, ຈິດໃຈຂອງສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ