ສື່ມວນ​ຊົນ​ສາ​ກົນ: ການ​ນຳ​ຊຸດ​ໃໝ່​ຂອງ ຫວຽດ​ນາມ ຊຸກ​ຍູ້​ການ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອິນ​ໂດ​ເນ​ເຊຍ

(VOVWORLD) - ເນື່ອງໃນໂອກາດເດີນທາງໄປປະຕິບັດງານຢູ່ ອິນໂດເນເຊຍ ເປັນຄັ້ງທຳອິດຂອງທ່ານ ຟ້າມມິງຈິ໊ງ ໃນຖານະເປັນນາຍົກລັດຖະມົນຕີ ຫວຽດນາມ ເພື່ອເຂົ້າຮ່ວມກອງປະຊຸມການນຳບັນດາປະເທດສະມາຊິກ ອາຊຽນ ດຳເນີນໃນວັນທີ 23 – 24 ເມສາ, ວັນທີ 23 ເມສາ, ເວັບໄຊຂອງວາລະສານ ຄົ້ນຄວ້າ ອາຊີ - ເອີຣົບ (Eurasia Review) ໄດ້ລົງບົດຂຽນສະແດງຄວາມເຊື່ອໝັ້ນຕໍ່ສາຍພົວພັນຍຸດທະສາດທີ່ນັບມື້ນັບພັດທະນາ ລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ, ພ້ອມທັງຍ້ອງຍໍຊົມເຊີຍກ່ຽວກັບບັນດາຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້.
ສື່ມວນ​ຊົນ​ສາ​ກົນ: ການ​ນຳ​ຊຸດ​ໃໝ່​ຂອງ ຫວຽດ​ນາມ ຊຸກ​ຍູ້​ການ​ພ​ົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ອິນ​ໂດ​ເນ​ເຊຍ - ảnh 1ໜ້າເວັບໄຊຂອງວາລະສານ Eurasia Review

    ບົດຂຽນດັ່ງກ່າວ ໃຫ້ຂໍ້ສັງເກດວ່າ ການເດີນທາງໄປປະຕິບັດງານຢູ່ ອິນໂດເນເຊຍ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃນຄັ້ງນີ້ ຈະນຳຍຸດທະສາດຂອງການພົວພັນທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ ຂຶ້ນສູ່ລະດັບສູງໃໝ່. ຕາມບົດຂຽນດັ່ງກ່າວ, ໃນໄລຍະ 2016 – 2021, ຫວຽດນາມ ບັນລຸໄດ້ຜົນງານກະໂດດຂັ້ນໃນຫຼາຍຂົງເຂດ, ແຕ່ຜົນງານພົ້ນເດັ່ນທີ່ສຸດຂອງ ຫວຽດນາມ ໃນໄລຍະຜ່ານມາ ແມ່ນການສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19 ໄດ້ຢ່າງສຳເລັດຜົນ ຍ້ອນນໍາໃຊ້ບັນດາມາດຕະການປ້ອງກັນ, ສະກັດກັ້ນໄດ້ຢ່າງທັນການ. ວາລະສານ ຄົ້ນຄວ້າ ອາຊີ - ເອີຣົບ  ກໍ່ສະແດງຄວາມເຊື່ອໝັ້ນຕໍ່ການນຳຊຸດໃໝ່ຂອງ ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຍຸດທະສາດ ແລະ ນະໂຍບາຍໃນປັດຈຸບັນ ເພື່ອບັນລຸໄດ້ການເຕີບໂຕແບບຍືນຍົງ. ໃນອາຍຸການຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ, ຫາງສຽງຕັ້ງຄວາມຫວັງວ່າ ຈະສຸມໃສ່ການຊຸກຍູ້ການພັດທະນາຂອງພື້ນຖານເສດຖະກິດ, ການຄ້າ ຫວຽດນາມ, ການຄວບຄຸມໂລກລະບາດ ໂຄວິດ - 19, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ທະເລຕາເວັນອອກ ແລະ ການຮ່ວມມື ເພື່ອຄວາມເປັນເອກະພາບຂອງ ອາຊຽນ.

        ຕອນບ່າຍວັນທີ 24 ເມສາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ເຂົ້າຮ່ວມກອງປະຊຸມການນຳບັນດາປະເທດ ອາຊຽນ. 

ຕອບກັບ

ຂ່າວ/ບົດ​ອື່ນ