ສື່ມວນຊົນສາກົນຕີລາຄາຢ່າງຕັ້ງຫນ້າການໄປຢ້ຽມຢາມຫວຽດນາມຂອງປະທານາທິບໍດີB.Obama

ສື່ມວນຊົນສາກົນຕີລາຄາຢ່າງຕັ້ງຫນ້າການໄປຢ້ຽມຢາມຫວຽດນາມຂອງປະທານາທິບໍດີB.Obama - ảnh 1

(vovworld)- ການ​ຢ້ຽມ​ຢາມ​ຫວຽດ​ນາມ​ແຕ່​ວັນ​ທີ 23-25/5 ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ສື່ມວນ​ຊົນ​ຢູ່​ພາຍ​ໃນ ກໍ​ຄື​ສາ​ກົນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ໝາຍ​ສຳ​ຄັນ​ຂອງ​ການ​ຢ້ຽມ​ຢາມ​ກໍ​ຄື​ຄວາມ​ສຳ​ຄັນ​ນັບ​ມື້​ນັບ​ໃຫຍ່​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອາ​ເມ​ລິ​ກາ.

        ຫນັງ​ສື​ພິມ “Washington Post” ໄດ້​ສັງ​ເກດ​ວ່າ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ແມ່ນ​ບາດ​ກ້າວ​ໃຫມ່​ໃນ​ການ​ພົວ​ພັນ​ສອງ​ຝ່າຍ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ ແລະ ຄວາມ​ໝັ້ນ​ຄົງ ລະ​ຫວ່າງ​ສອງ​ຝ່າຍ. ສ່ວນ ຫນັງ​ສື​ພິມ The Wall Street Journal ແລ້ວ, ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຂອງ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ B. Obama ສະ​ແດງ​ໃຫ້​ເຫັນ​ວ່າ: ອາ​ເມ​ລິ​ກາ ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ການ​ເປີດກວ້າງ​ບັນ​ດາ​ສາຍ​ພົວ​ພັນ​ກັບ​ຫວຽດ​ນາມ. ໃນ​ຂະ​ນະ​ນັ້ນ ສຳ​ນັກ​ຂ່າວ AP ກໍ​ຢືນ​ຢັນ​ວ່າ: ເລື່ອງ​ຍົກ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ຫ້າມ​ຂາຍ​ອາ​ວຸດ​ໃຫ້​ຫວຽດ​ນາມ ແມ່ນ​ເລີ່ມ​ມາ​ຈາກ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສອງ​ຝ່າຍໃນ​ການ​ຫຍັບ​ມໍ່​ໃກ້​ກັນ​ກວ່າ ແລະ ປັບ​ປຸງ​ການ​ພົວ​ພັນ​ທາງ​ການ​ທູດ.

ຕອບກັບ

ຂ່າວ/ບົດ​ອື່ນ