ສື່ມວນຊົນສາກົນຕີລາຄາຢ່າງຕັ້ງໜ້າກ່ຽວກັບທ່າເຕີບໂຕຂອງ ຫວຽດນາມ
(VOVWORLD) - ພາຍຫຼັງທີ່ກົມສະຖິຕິປະກາດການເຕີບໂຕຍອດຜະລິດຕະພັນພາຍໃນປະເທດ (GDP) ປີ 2025 ບັນລຸ 8,02% ຫຼາຍສຳນັກສື່ມວນຊົນໃຫຍ່ຂອງສາກົນໄດ້ພ້ອມກັນອອກຂ່າວ ແລະ ຕີລາຄາສູງໝາກຜົນດັ່ງກ່າວ, ຖື ຫວຽດນາມ ແມ່ນໜຶ່ງໃນບັນດາຈຸດເດັ່ນທີ່ຫາຍາກຂອງເສດຖະກິດ ອາຊີ ໃນສະພາບການທີ່ການຄ້າທົ່ວໂລກພວມມີຫຼາຍສິ່ງຫຼາຍຢ່າງຍັງຂາດສະຖຽນລະພາບຢູ່.
ມູມໜຶ່ງຂອງນະຄອນ ໂຮ່ຈີມິນ ໃນປັດຈຸບັນ (ພາບ: VOV) |
ຕາມເວັບໄຊ Nikkei Asia ແລ້ວ, ລະດັບການເຕີບໂຕ 8,02% ໃນປີ 2025 ແມ່ນລະດັບໄວສຸດຂອງເສດຖະກິດ ຫວຽດນາມ ໃນ 3 ປີມານີ້, ພ້ອມທັງນອນໃນກຸ່ມບັນດາພື້ນຖານເສດຖະກິດທີ່ມີລະດັບການເຕີບໂຕສູງສຸດໃນຮອບເວລາ 15 ປີ. Nikkei Asia ໃຫ້ຂໍ້ສັງເກດວ່າ ໝາກຜົນນີ້ຊີ້ໃຫ້ເຫັນພື້ນຖານເສດຖະກິດ ຫວຽດນາມ ຍັງຮັກສາຄວາມສາມາດຕ້ານທານໄດ້ເປັນຢ່າງດີ, ໃນຂະນະທີ່ປີ 2025 ແມ່ນປີມີການຜັນແປຫຼາຍຢ່າງສຳລັບການຄ້າທົ່ວໂລກ, ພິເສດແມ່ນໃນສະພາບການ ອາເມລິກາ ຈັດວາງອັດຕາພາສີເພີ່ມເຕີມສຳລັບສິນຄ້ານຳເຂົ້າຈາກ ຫວຽດນາມ.
ໃນບົດຂຽນກ່ຽວກັບເສດຖະກິດ ຫວຽດນາມ ປີ 2025, ວາລະສານ The Diplomat ເນັ້ນໜັກວ່າ ການສົ່ງອອກຂອງ ຫວຽດນາມ ໄປຍັງ ອາເມລິກາ ຍັງເພີ່ມຂຶ້ນ ໂດຍບໍ່ຫົວຊາຕໍ່ບັນຫາກ່ຽວກັບພາສີອາກອນນັ້ນ ໄດ້ສະແດງໃຫ້ເຫັນເຖິງ ບົດບາດທີ່ສຳຄັນຂອງ ຫວຽດນາມ ໃນລະບົບສະໜອງທົ່ວໂລກ.