ສື່ມວນຊົນສາກົນມີ​ບົດຂຽນກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris

(VOVWORLD) -ສຳນັກຂ່າວສານ Reuters ໄດ້ຕີລາຄາສາຍພົວພັນລະຫວ່າງ 2 “ອະດີດສັດຕູ” ພວມນັບມື້ນັບມີຄວາມໃກ້ຊິດກັນຫຼາຍກວ່າ
ສື່ມວນຊົນສາກົນມີ​ບົດຂຽນກ່ຽວກັບການຢ້ຽມຢາມຫວຽດນາມ ຂອງທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris - ảnh 1ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris
(ພາບ: Reuters)

ການຢ້ຽມຢາມ ຫວຽດນາມ ໃນລະຫວ່າງວັນທີ 24 -26 ສິງຫາ ຂອງທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris ໄດ້ຮັບຄວາມສົນໃຈຈາກສື່ມວນຊົນສາກົນ. ສຳນັກຂ່າວສານ Reuters ໄດ້ຕີລາຄາສາຍພົວພັນລະຫວ່າງ 2 “ອະດີດສັດຕູ” ພວມນັບມື້ນັບມີຄວາມໃກ້ຊິດກັນຫຼາຍກວ່າ ແລະ ການຢ້ຽມຢາມ ຮ່າໂນ້ຍ ຂອງທ່ານນາງຮອງປະທານາທິບໍດີ Kamala Harris ເບິ່ງຄືວ່າແມ່ນພະຍານຫຼັກຖານຈະແຈ້ງທີ່ສຸດໃຫ້ແກ່ສິ່ງດັ່ງກ່າວ. ທີ່ບັນດາການພົບປະກັນການນຳຫວຽດນາມ, ທ່ານນາງ Kamala Harris ໄດ້ຢືນຢັນວ່າ ອາເມລິກາ ສະໜັບສະໜູນປະເທດ ຫວຽດນາມ ເຂັ້ມແຂງ, ເອກະລາດ, ສືບຕໍ່ປ່ຽນແປງໃໝ່, ເປີດກວ້າງການເຊື່ອມໂຍງເຂົ້າກັບສາກົນ ແລະ ຮັບບົດບາດນັບມື້ນັບສຳຄັນໃນອາຊຽນ ແລະ ພາກພື້ນ.

ມີໜັງສືພິມຫຼາຍສະບັບໄດ້ຄັດສະເໜີຄຳເວົ້າຂອງທ່ານນາງຮອງປະທານາທິບໍດີ Kamala Harris ໃນການປະຊຸມຂ່າວເຊິ່ງຈັດຂຶ້ນໃນຕອນບ່າຍສັນທີ 26 ສິງຫາ ຢູ່ ຮ່າໂນ້ຍ, ເອີ້ນການຢ້ຽມນີ້ຂອງທ່ານນາງແມ່ນ “ສັນຍາສະແດງໃຫ້ເຫັນການເລີ່ມຕົ້ນຂອງພາກໃໝ່ສຳຄັນໃນການພົວພັນລະຫວ່າງ ຫວຽດນາມ - ອາເມລິກາ”.

ສຳນັກຂ່າວສານ AFP ໃຫ້ຂໍ້ສັງເກດວ່າ, ການຢ້ຽມຢາມເຖິງອາຊີຕາເວັນອອກສ່ຽງໃຕ້ ຂອງທ່ານນາງຮອງປະທານາທິບໍດີ Kamala Harris ໄປເຖິງ ສິງກະໂປ ແລະ ຫວຽດນາມ ແມ່ນເພື່ອແນໃສ່ສ້າງຕັ້ງການພົວພັນກັບພາກພື້ນຄືນໃໝ່ ພາຍຫຼັງຊຸມປີມີການຜັນແປຫຼາຍຢ່າງພາຍໃຕ້ສະໄໝຂອງທ່ານອະດີດປະທານາທິບໍດີ Donald Trump, ພ້ອມທັງເນັ້ນໜັກເຖິງຄຳໝັ້ນສັນຍາຂອງ ອາເມລິກາ ກັບບັນດາສຳພັນທະມິດ.

ຕອບກັບ

ຂ່າວ/ບົດ​ອື່ນ