ສື່ມວນ​ຊົ​ນ​ສາ​ກົນ​ລົງ​ຂ່າວ​ຢ່າງເຂັ້ມ​ຂຸ້ນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) - ວັນທີ 25 ມັງກອນໜັງສືພິມ Junge Welt ຂອງເຢຍລະມັນ ລົງຂ່າວກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ໄດ້ເລີ່ມຕົ້ນການເຮັດວຽກທີ່ແກ່ຍາວເປັນເວລາ ວັນ ເພື່ອແນໃສ່ວາງອອກບັນດານະໂຍບາຍໃນອະນາຄົດ ແລະ ຈຸດສຸມຂອງກອງປະຊຸມໃຫຍ່ຈະແມ່ນປ່ຽນແປ່ງໃໝ່ ແລະ ຍົກອອກເປົ້າໝາຍພັດທະນາປະເທດຫວຽດນາມ.

ສື່ມວນ​ຊົ​ນ​ສາ​ກົນ​ລົງ​ຂ່າວ​ຢ່າງເຂັ້ມ​ຂຸ້ນ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອ​ງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ບັນດາຜູ້ແທນລົງປະຊາມະຕິຮັບຮອງເອົາວາລະຈັດກຽມກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ
(ພາບ: TTXVN)

ໜັງສືພິມ Neues Deutschland ສະບັບອອກໃນວັນທີ 24 ມັງກອນ, ໄດ້ລົງຂ່າວກອງປະຊຸມໃຫຍ່ຄັ້ງທີ 13 ຖືກດຳເນີນໃນສະພາບການທີ່ຫວຽດນາມ ສາມາດຄວບຄຸມໂລກລະບາດໂຄວິດ - 19 ໄດ້ເປັນຢ່າງດີ. ດ້ວຍບັນດາມາດຕະການປ້ອງກັນ, ສະກັດກັ້ນຢ່າງເຂັ້ມງວດ, ຫວຽດນາມໄດ້ຄວບຄຸມຈຳນວນກໍລະນີຕິດເຊື້ອໃນປີ 2020 ແລະ ໄລ່ຮອດວັນທີ 24 ມັງກອນ ຫວຽດນາມ ມີຜູ້ເສຍຊີວິດພຽງ 35 ຄົນເທົ່ານັ້ນ. ເພາະສະນັ້ນ, ພື້ນຖານເສດຖະກິດ ພຽງແຕ່ຖືກຜົນກະທົບເບົາໆ ແລະ ຫວຽດນາມ ມີການເຕີບໂຕບັນລຸລະດັບ 2,9%ໃນປີ 2020. ໜັງສືພິມ SZ ສະບັບອອກໃນວັນທີ 24 ມັງກອນ ກໍ່ໄດ້ລົງບົດຂຽນກ່ຽວກັບ ເລື່ອງພັກກອມມູນິດ ຫວຽດນາມ ດຳເນີນກອງປະຊຸມໃຫຍ່ຄັ້ງທີ 13 ໃນຂະນະທີ່ຫວຽດນາມ ນອນໃນຈຳນວນໜ້ອຍປະເທດທີ່ມີການເຕີບໂຕເປັນບວກ ໃນປີ 2020 ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ - 19.

        ສຳນັກຂ່າວສານ Reuters ໄດ້ລົງຂ່າວວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ຈດຳເນີນໃນຮອບເວລາ 9 ວັນດ້ວຍ 2 ເນື້ອໃນຕົ້ນຕໍແມ່ນວາງ ນະໂຍບາຍ ໄລຍະ5 ປີຈະມາເຖິງ ແລະ ຄັດເລືອກເອົາຄະນະການນຳຊຸດໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ