ສື່ມວນຊົນອົດສະຕາລີໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຂອງນາຍົກລັດຖະມົນຕີຫງວຽນຊວນຟຸກ

(VOVWORLD) -ບັນດາໜັງສືພິມໃຫຍ່ຂອງອົດສະຕາລີ ສະບັບອອກວັນທີ 15 ແລະ 16 ມີນາ ໄດ້ພ້ອມກັນໃຫ້ຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດຢູ່ ອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີຫງວຽດນາມ ຫວຽນຊວນຟຸກ ແລະ ພິທີລົງນາມໃນຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ.

ສື່ມວນຊົນອົດສະຕາລີໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບການຢ້ຽມຢາມຂອງນາຍົກລັດຖະມົນຕີຫງວຽນຊວນຟຸກ - ảnh 1 ສື່ມວນຊົນອົດສະຕາລີໄດ້ໃຫ້ຂ່າວຢ່າງຫຼວງຫຼາຍກ່ຽວກັບ

ການຢ້ຽມຢາມຂອງນາຍົກລັດຖະມົນຕີຫງວຽນຊວນຟຸກ

(ພາບ: TTXVN)

ສຳນັກຂ່າວສານ SBS ໄດ້ສະຫງວນເວລາ 4 ນາທີເພື່ອໃຫ້ຂ່າວທາງວິທະຍຸ, ພ້ອມທັງໄດ້ລົງບົດຂຽນໃນສື່ເອເລກໂຕນິກອອນລາຍກ່ຽວກັບການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ຊີ້ແຈ້ງຂໍ້ມູນຂ່າວກ່ຽວກັບເລື່ອງຫວຽດນາມ ແລະ ອົດສະຕາລີຈະລົງນາມໃນສັນຍາຄູ່ຮ່ວມມືຍຸດທະສາດ, ຍົກລະດັບການພົວພັນທາງການທູດລະຫວ່າງ 2 ປະເທດ.

        ສ່ວນກຸ່ມບໍລິສັດສື່ສານອົດສະຕາລີ ABC ແລະ ໜັງສືພິມປະຈຳອາທິດ “The Courier” ກໍ່ໄດ້ລົງພິມບົດຂຽນກ່ຽວກັບການຢ້ຽມຢາມອົດສະຕາລີ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ລາຍການເຈລະຈາ, ພິທີລົງນາມໃນເອກະສານລະຫວ່າງການນຳຂັ້ນສູງສຸດຂອງລັດຖະບານ 2 ປະເທດ.

        ຕາມເນື້ອໃນບັນດາບົດຂຽນແລ້ວ, ທ່ານນາຍົກລັດຖະມົນຕີອົດສະຕາລີ Malcolm Turnbull ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ລົງນາມໃນສັນຍາສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງລັດຖະບານສສ.ຫວຽດນາມ ແລະ ລັດຖະບານອົດສະຕາລີ, ຍົກລະດັບການພົວພັນລະຫວ່າງ 2 ປະເທດໃນບັນດາຂົງເຂດຄື: ການທະຫານ, ການຄ້າ, ການລົງທຶນພັດທະນາ ແລະ ການທ່ອງທ່ຽວ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວເປັນຂີດໝາຍ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງອົດສະຕາລີ ແລະ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ