ສື່ມວນຊົນອີຢິບຍ້ອງຍໍບັນດາຜົນງານພົ້ນເດັ່ນຂອງຫວຽດນາມ

(VOVWORLD) -ບົດຂຽນໄດ້ຍ້ອງຍໍຫວຽດນາມ ພາຍຫຼັງໄລຍະ 35 ປີແຫ່ງການປະຕິບັດນະໂຍບາຍ “ປ່ຽນແປງໃໝ່” ໂດຍພັກນຳພາ, ໄດ້ບືນຕົວຂຶ້ນກາຍເປັນປະເທດພວມມີລາຍຮັບປານກາງ
ສື່ມວນຊົນອີຢິບຍ້ອງຍໍບັນດາຜົນງານພົ້ນເດັ່ນຂອງຫວຽດນາມ - ảnh 1(ວາລະສານ eventsmagazinenews)

ຕໍ່ໜ້າການຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ, ມີໜັງສືພິມອີຢິບ ຫຼາຍສະບັບໄດ້ລົງບົດຂຽນຍ້ອງຍໍຜົນງານທີ່ໃຫຍ່ຫຼວງເຊິ່ງຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ພາຍໃຕ້ການນຳພາຂອງພັກ.

  ວັນທີ 23 ມັງກອນ, ໜັງສືພິມເອເລັກໂຕນິກ elWatan News (ໜັງສືພິມເອເລັກໂຕນິກໃຫຍ່ທີ 2 ຂອງອີຢິບ) ໄດ້ລົງບົດຂຽນດ້ວຍຫົວຂໍ້ວ່າ “ຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກກອມມູນິດຫວຽດນາມ ຈະກຳນົດທິດທາງປັບປຸງການພົວພັນລະຫວ່າງຫວຽດນາມ - ອີຢິບ”. ບົດຂຽນໄດ້ຍ້ອງຍໍຫວຽດນາມ ພາຍຫຼັງໄລຍະ 35 ປີແຫ່ງການປະຕິບັດນະໂຍບາຍ “ປ່ຽນແປງໃໝ່” ໂດຍພັກນຳພາ, ໄດ້ບືນຕົວຂຶ້ນກາຍເປັນປະເທດພວມມີລາຍຮັບປານກາງ, ມີພື້ນຖານເສດຖະກິດການຕະຫຼາດທີ່ຂະຫຍັນຂັນເຄື່ອນ, ເຊື່ອມໂຍງເຂົ້າກັບສາກົນຢ່າງແຮງ, ແລະ ການເຕີບໂຕສືບຕໍ່ບັນລຸລະດັບສູງ, ຮັບປະກັນໃຫ້ປະຊາຊົນໄດ້ຮັບຜົນປະໂຫຍດໃນວິວັດການພັດທະນາ. ຫວຽດນາມ ໄດ້ເຂົ້າຮ່ວມ ແລະ ຕັ້ງໜ້າປະກອບສ່ວນຢູ່ຫຼາຍອົງການຈັດຕັ້ງ, ເວທີປາໄສສາກົນສຳຄັນ, ຮັບດຳລົງຕຳແໜ່ງສຳຄັນບັນລຸຜົນສຳເລັດຫຼາຍຄັ້ງ. ບັນດາຜົນງານອັນໃຫຍ່ຫຼວງເຊິ່ງຫວຽດນາມ ບັນລຸໄດ້ແມ່ນຍ້ອນການນຳພາອັນສະຫຼາດສ່ອງໄສຂອງພັກກອມມູນິດ ໂດຍປະທານໂຮ່ຈີມິນ ເປັນຜູ້ກໍ່ຕັ້ງ…

ກ່ອນໜ້ານັ້ນ, ວາລະສານ eventsmagazinenews ສະບັບອອກວັນທີ 22 ມັງກອນໄດ້ລົງບົດວິຈານຂອງນັກຂ່າວ Ahmed Hassan - ນັກຊ່ຽວຊານຕິດຕາມເຂດອາຊີ ແລະ ບັນດາບັນຫາສາກົນ ດ້ວຍຫົວຂໍ້ “ອາຍຸການ 2016-2020: ການພົວພັນກັບເຂດຕາເວັນອອກກາງ - ອາຟະລິກາ ແລະ ອີຢິບ ໄດ້ຍົກຂຶ້ນສູ່ລະດັບສູງໃໝ່”. ບົດຂຽນໄດ້ເນັ້ນໜັກວ່າ, ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ໄດ້ຜ່ານຜ່າສິ່ງທ້າທາຍ ຄວາມຫຍຸ້ງຍາກນາໆປະການ ແລະ ບັນດາໄດ້ບັນດາຜົນງານທາງດ້ານເສດຖະກິດພິເສດ, ປະກອບສ່ວນຍົກສູງທີ່ຕັ້ງຂອງປະເທດບົນເວທີສາກົນ. ຫວຽດນາມ ໄດ້ຕັ້ງໜ້າປະກອບສ່ວນ, ເປັນເຈົ້າການໃນການແກ້ໄຂບັນດາບັນຫາທົ່ວໂລກ ແລະ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກຫຼາຍປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ